ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາ ຈະຈຳກັດຄວາມສ່ຽງທີ່ຄວາມເຄັ່ງຕຶງຈະສືບຕໍ່ປີນຂັ້ນໄດຄືປັດຈຸບັນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN) |
ວັນທີ 25 ສິງຫາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Biarritz, ຝຣັ່ງ, ສະຖານທີ່ພວມດຳເນີນບັນດາການພົບປະໃນຊອບເຂດກອງປະຊຸມສຸດຍອດ G7, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຂໍ້ສັງເກດວ່າ ບັນດາປະເທດສົນໃຈເຖິງການແກ່ງແຍ້ງດ້ານການຄ້ານີ້. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ໄດ້ຮັບບັນດາຄຳເຫັນຕຳໜິຕິຕຽນຈາກການນຳບັນດາປະເທດກ່ຽວກັບບັນຫານີ້.