ອ​າ​ເມ​ລິ​ກາ ປະ​ກາດ​ແຜນ​ການ​ເພີ່ມ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ຈີນ

Chia sẻ
(VOVWORLD) -  ຫ້ອງການຕາງໜ້າ ດ້ານການຄ້າ ອາເມລິກາ (USTR) ໄດ້ປະກາດວ່າ ນັບແຕ່ວັນທີ 1 ສິງຫາ ຈະເພີ່ມພາສີຢ່າງແຮງ ສຳລັບສິນຄ້ານຳເຂົ້າບາງຊະນິດຈາກຈີນ, ລວມມີ ບາດເຕີຣີ ລົດໄຟຟ້າ, ຊີບຄອມປູເຕີ ແລະ ຜະລິດຕະພັນການແພດ.
ອ​າ​ເມ​ລິ​ກາ ປະ​ກາດ​ແຜນ​ການ​ເພີ່ມ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ຈີນ - ảnh 1ພາບປະກອບ:  AFP/TTXVN

ວັນທີ 22 ພຶດສະພາ, ຫ້ອງການຕາງໜ້າ ດ້ານການຄ້າ ອາເມລິກາ (USTR) ໄດ້ປະກາດວ່າ ນັບແຕ່ວັນທີ 1 ສິງຫາ ຈະເພີ່ມພາສີຢ່າງແຮງ ສຳລັບສິນຄ້ານຳເຂົ້າບາງຊະນິດຈາກຈີນ, ລວມມີ ບາດເຕີຣີ ລົດໄຟຟ້າ, ຊີບຄອມປູເຕີ ແລະ ຜະລິດຕະພັນການແພດ. ຕາມແຜນການແລ້ວ, ທ່ານປະທານາທິບໍດີ Joe Biden ຈະຮັກສາລະດັບພາສີ ໂດຍທ່ານ ອະດີດ ປະທານາທິບໍດີ Donald Trump ວາງອອກ ແລະ ເພີ່ມເຕີມລະດັບພາສີອື່ນໆ, ລວມມີ ເພີ່ມຂຶ້ນທົບ 4 ເທົ່າ ພາສີ ລົດໄຟຟ້າ, ຂຶ້ນສູງກ່ວາ 100%, ເພີ່ມຂຶ້ນທົບ 2 ເທົ່າ ພາສີຕໍ່ວັດຖຸເຄິ່ງຊັກນຳໄຟຟ້າ, ຂຶ້ນເຖິງ 50%. ໄປຄຽງຄູ່ກັນນັ້ນ, ທ່ານນາງ Katherine Tai ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ກໍ່ສົ່ງເສີມຍົກເວັ້ນພາສີ ສຳລັບເຄື່ອງຈັກອຸດສາຫະກຳນັບຮ້ອຍຊະນິດ ທີ່ໄດ້ນຳເຂົ້າຈາກຈີນ, ລວມມີບັນດາວັດຖຸອຸປະກອນ ຜະລິດຜະລິດຕະພັນພະລັງງານແສງຕາເວັນ.

ໃນປະຕິກິລິຍາຂອງຕົນ, ຈີນ ໄດ້ຕຳໜິຕິຕຽນແຜນການເພີ່ມພາສີຂອງ ອາເມລິກາ ແລະ ປະກາດວ່າ ມີ “ບັນດາມາດຕະການຢ່າງຂ້ຽວຂາດ” ເພື່ອປົກປ້ອງຜົນປະໂຫຍດຂອງຕົນ. ຈີນ ກໍ່ໃຫ້ຮູ້ວ່າ ບັນດາມາດຕະການພາສີອາກອນດັ່ງກ່ວາ ແມ່ນ ຝືນກັບຄຸນປະໂຫຍດ ແລະ ກໍ່ຜົນເສຍຫາຍຕໍ່ພື້ນຖານເສດຖະກິດ ອາເມລິກາ ແລະ ທົ່ວໂລກ.

ຕອບກັບ