ອາ​ເມ​ລິ​ກາ ຍົກ​ສູງ​ການ​ປະ​ຕິ​ບັດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ການ​ເດີນ​ເຮືອ ອີງ​ຕາມ​ກົດ​ໝາຍ

Chia sẻ
(VOVWORLD) -ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ແລ້ວ, ອຳນາດການປົກຄອງ ປະທານາທິບໍດີ Joe Biden ໄດ້ຮັກສາຫຼັກໝັ້ນຂອງອຳນາດກາປົກຄອງຂອງ ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump
 ອາ​ເມ​ລິ​ກາ ຍົກ​ສູງ​ການ​ປະ​ຕິ​ບັດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ການ​ເດີນ​ເຮືອ ອີງ​ຕາມ​ກົດ​ໝາຍ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: TTXVN)

ໃນຖະແຫຼງການສື່ມວນຊົນ ຂອງກະຊວງການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດ 5 ປີແຫ່ງວັນສານກຳມະການປະຈຳ (PCA) ຢູ່ La Haye, ໂຮນລັງ ໄດ້ອອກຄຳຕັດສິນກ່ຽວກັບເຫດການຂອງ ຟີລິບປິນ ສຳລັບຈີນ ເຊິ່ງກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ ທະເລຕາເວັນອອກ (12 ກໍລະກົດ 2016), ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເຕື້ອງເຖິງ ທັດສະນະຢັ້ງຢືນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS) ໄດ້ຍົກອອກກອບນິຕິກຳໃຫ້ແກ່ທຸກການເຄື່ອນໄຫວໃນທະເລ ແລະ ມະຫາສະໝຸດ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອ ໂດຍອີງໃສ່ກົດໝາຍ ທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກປະເທດໃນໂລກ.

ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ແລ້ວ, ອຳນາດການປົກຄອງ ປະທານາທິບໍດີ Joe Biden ໄດ້ຮັກສາຫຼັກໝັ້ນຂອງອຳນາດກາປົກຄອງຂອງ ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump, ຕາມນັ້ນແລ້ວ ໄດ້ປະຕິບັດບັນດາຄຳຮຽກສິດໃນການເດີນເຮືອຂອງ ຈີນ ຢູ່ທະເລຕາເວັນອອກ ເກືອບທັງໝົດ. ອາເມລິກາ ຖືທຸກຄຳຮຽກສິດຂອງ ຈີນ ຢູ່ທະເລຕາເວັນອອກ ຢູ່ນອກເຂດທະເລ ທີ່ໄດ້ຮັບການຮັງຮອງເອົາຈາກສາກົນ ແມ່ນຜິດກົດໝາຍ. ທ່ານ ກໍ່ຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິທຳການກະທຳທີ່ອາດຈະນາບຂູ່ຄວາມເສລີໃນການເດີນເຮືອ ຢູ່ທະເລຕາເວັນອອກ, ປະຕິບັດບັນດາພັນທະຂອງຕົນຢ່າງຖືກຕ້ອງຕາມກົດໝາຍສາກົນ ແລະ ປະຕິບັດບັນດາມາດຕະການ ເພື່ອແນໃສ່ຮັບປະກັນກັບປະຊາຄົມສາກົນວ່າ ປະເທດນີ້ ໃຫ້ຄຳໝັ້ນສັນຍາປະຕິບັດຕາມຕາມຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອຢູ່ສາກົນ, ໃນນັ້ນມີການເຄົາລົບສິດ ຂອງທຸກປະເທດ, ເຖິງວ່າ ແມ່ນປະເທດໃຫຍ່ ຫຼື ນ້ອຍ.

ຕອບກັບ