ອາ​ເມ​ລິ​ກາ ຂະ​ຫຍາຍ​ບັນ​ຊີ​ລາຍ​ຊື່​ລົງ​ໂທດ ລັດ​ເຊຍ

Chia sẻ
(VOVWORLD) - ວັນທີ 1 ພຶດສະພາ, ສຳນັກຂ່າວສານ Ria Novosti ຂອງລັດເຊຍ ໄດ້ລົງຂ່າວ ອາເມລິກາ ໄດ້ຍົກອອກບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ສ່ວນບຸກຄົນນັບສິບຄົນ ແລະ ອົງການຈັດຕັ້ງຕ່າງໆຂອງລັດເຊຍ. 

ຕາມນັ້ນແລ້ວ, ກະຊວງການເງິນ ອາເມລິກາ ຍົກອອກບັນດາມາດຕະການນີ້ ເພື່ອເລັ່ງໃສ່ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ເຊິ່ງ ອາເມລິກາ ສົງໄສວ່າ ກ່ຽວຂ້ອງເຖິງກຸ່ມ ອຸດສາຫະກຳ - ການທະຫານ ລັດເຊຍ ແລະ ບັນດາອົງການທີ່ກ່ຽວຂ້ອງ ຢູ່ ອາແຊັກໄບຊານ, ສະໂລວາກີ, ສະຫະລັດ ອາຣັບ ເອມີເລັດ (UAE) , ຕວັກກີ… ບັນດາອົງການທີ່ເປັນໜ້າສົນໃຈໃນບັນຊີລາຍຊື່ລົງໂທດຄັ້ງນີ້ຂອງ ອາເມລິກາ ມີບັນດາໂຮງງານຜະລິດ ລົດໃຫຍ່ Bryansk ແລະ Ural, ບໍລິສັດ Red Box Energy Services ຂອງ ສິງກະໂປ ແລະ ບໍລິສັດ ຕໍ່ກຳປັ່ນ CFU ຂອງ ຮົ່ງກົງ (ຈີນ) ທີ່ຖືກຖືວ່າ ມີສ່ວນກ່ຽວຂ້ອງເຖິງໂຄງການຫັນອາຍແກັດແຫຼວ LPG ຂອງ ລັດເຊຍ ຢູ່ ຂົ້ວໂລກເໜືອ. ນອກຈາກນັ້ນ, ອາເມລິກາ ກໍ່ຍົກອອກບັນດາມາດຕະການຈຳກັດຕໍ່ກຳລັງປ້ອງກັນຕ້ານ ກຳມັນຕະພາບລັງສີ, ເຄມີ - ຊີວະສາດຂອງ ລັດເຊຍ.

ຕອບກັບ