ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ກະຕຸກຊຸກຍູ້ບັນດາຝ່າຍກົງກັນຂ້າມຢູ່ພາກໃຕ້ ເຢແມນ ດຳເນີນການເຈລະຈາ

Chia sẻ
(VOVWORLD) - ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ໄດ້ຮຽກຮ້ອງກຳລັງລັດຖະບານ ເຢແມນ ທີ່ໄດ້ຮັບການຮັບຮອງຈາກສາກົນ ແລະ ບັນດາມືປືນແຍກຕົວອອກຂຶ້ນກັບສະພາຂ້າມຜ່ານພາກໃຕ້ (STC) ຢຸດຕິທຸກການເຄື່ອນໄຫວການທະຫານຢູ່ພາກໃຕ້ປະເທດນີ້.
ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ກະຕຸກຊຸກຍູ້ບັນດາຝ່າຍກົງກັນຂ້າມຢູ່ພາກໃຕ້ ເຢແມນ ດຳເນີນການເຈລະຈາ - ảnh 1ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ກະຕຸກຊຸກຍູ້ບັນດາຝ່າຍກົງກັນຂ້າມຢູ່ພາກໃຕ້ ເຢແມນ ດຳເນີນການເຈລະຈາ (ພາບ: AFP/TTXVN)

        ວັນທີ 08 ກັນຍາ, ບັນດາສຳນັກຂ່າວສານ SPA ແລະ WAM ໄດ້ຄັດສະເໜີຖະແຫຼງການຮ່ວມຂອງ 2 ປະເທດເຂດອ່າວເປີເຊຍ ທີ່ຮຽກຮ້ອງບັນດາຝ່າຍກົງກັນຂ້າມຢູ່ ເຢແມນ ຢຸດຕິທຸກການເຄື່ອນໄຫວດ້ານການທະຫານໃນທັນທີ ກໍ່ຄືບັນດາການກະທຳລະເມີດທີ່ກໍ່ຜົນສະທ້ອນຕໍ່ຊັບສິນພາກລັດ ແລະ ເອກະຊົນ. ຖະແຫຼງການກໍ່ກະຕຸກຊຸກຍູ້ບັນດາມືປືນແຍກຕົວອອກ ແລະ ລັດຖະບານຂອງທ່ານປະທານາທິບໍດີ ເຢແມນ Abd-Rabbu Mansour Hadi ກະກຽມໃຫ້ແກ່ “ການພົບປະເຈລະຈາທີ່ມີລັກສະນະສ້າງສັນ” ແນໃສ່ຢຸດຕິວິກິດການ.

ຕອບກັບ