ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

Chia sẻ
(VOVWORLD) - ສະພາແຫ່ງຊາດໃຫ້ລົງຄະແນນສຽງຮັບຮອງເອົາກົດໝາຍ, ມະຕິບາງສະບັບ.
ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(ພາບ: qdnd.vn)

 ໃນອາທິດເຮັດວຽກສຸດທ້າຍ (ແຕ່ວັນທີ 27-29 ພະຈິກ) ຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໃຫ້ລົງຄະແນນສຽງຮັບຮອງເອົາກົດໝາຍ, ມະຕິບາງສະບັບ.
ບັນດາກົດໝາຍ, ລວມມີ: ກົດໝາຍວ່າດ້ວຍບັດປະຈຳຕົວ; ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ); ກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນນ້ຳ (ສະບັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດ ອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂັ້ນຮາກຖານ.
ບັນດາມະຕິ ລວມມີ: ມະຕິທົດລອງບາງກົນໄກ, ນະໂຍບາຍສະເພາະກ່ຽວກັບການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມທາງບົກ; ມະຕິກ່ຽວກັບໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະ “ການຜັນຂະຫຍາຍປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດກ່ຽວກັບບັນດາໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025, ການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 - 2030”; ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ; ມະຕິກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV.

ຕອບກັບ