ອາຊຽນ ແລະ ຈີນບັນລຸໄດ້ຂໍ້ຕົກລົງກ່ຽວກັບ “ເອກະສານສະບັບໜຶ່ງດຽວ” ໃນການເຈລະຈາ COC

Chia sẻ
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ຖະແຫຼງວ່ານີ້ແມ່ນ “ຂີດໝາຍສຳຄັນ” ໃນວິວັດການດຳເນີນ COC

ບັນດາປະເທດ ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງ “ເອກະສານສະບັບໜຶ່ງດຽວ” ໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ເຊິ່ງເປັນບາດກ້າວສຳຄັນ ເພື່ອມຸ່ງໄປເຖິງການຮັດແຄບບັນດາຄວາມແຕກຕ່າງກັນລະຫວ່າງ 2 ຝ່າຍ. ກ່າວຄຳເຫັນທີ່ກອງປະຊຸມ ລັດຖະມົນຕີ ອາຊຽນ - ຈີນ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51) ຈັດຕັ້ງຢູ່ ສິງກະໂປ ໃນວັນທີ 2 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ຖະແຫຼງວ່ານີ້ແມ່ນ “ຂີດໝາຍສຳຄັນ” ໃນວິວັດການດຳເນີນ COC, ນັບແຕ່ເມື່ອກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ຈີນ ກ່ຽວກັບການປະຕິບັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຈັດຕັ້ງຢູ່ຈີນ ໃນເດືອນ ມິຖຸນາ 2018.

ຕອບກັບ