ອາຊຽນ ມີຄວາມເຫັນດີເຫັນພ້ອມ, ມີສຽງເວົ້າລວມ ກ່ຽວກັບບັນຫາທະເລຕາເວັນອອກ

Chia sẻ
(VOVWORLD) - ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ທ່ານ Kao Kim Hourn ໄດ້ຊີ້ແຈ້ງວ່າ: ບັນດາປະເທດສະມາຊິກ ສະມາຄົມ ມີຄວາມເປັນເອກະພາບ, ສຽງເວົ້າລວມ ແລະ ພວມເຮັດວຽກບົນພື້ນຖານສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)

ວັນທີ 14 ກຸມພາ, ໃນການຕອບສຳພາດຂອງສຳນັກຂ່າວສານ ANI ຂອງ ອິນເດຍ, ທ່ານ ປອ Kao Kim Hourn, ເລຂາທິການໃຫຍ່ສະມາຄົມປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເນັ້ນໜັກວ່າ: ບັນດາປະເທດ ສະມາຊິກ ອາຊຽນ ມີການສຳພັດລວມກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງ ທະເລຕາເວັນອອກ. ທ່ານ Kao Kim Hourn ກໍ່ໄດ້ເຕື້ອງເຖິງບັນດາການເຈລະຈາພວມໄດ້ດຳເນີນໄປກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະ ໃຫ້ຮູ້ວ່າ: ອາຊຽນ ພວມພິຈາລະນາວິທີການທີ່ສາມາດຄຸ້ມຄອງສະພາບການຢູ່ທະເລຕາເວັນອອກ.

ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ທ່ານ Kao Kim Hourn ໄດ້ຊີ້ແຈ້ງວ່າ: ບັນດາປະເທດສະມາຊິກ ສະມາຄົມ ມີຄວາມເປັນເອກະພາບ, ສຽງເວົ້າລວມ ແລະ ພວມເຮັດວຽກບົນພື້ນຖານສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS), ເຖິງວ່າຮັບຮູ້ວິວັດການເຈລະຈາກັບ ຈີນ ກ່ຽວກັບ COC ອາດຈະເສຍເວລາ, ພ້ອມທັງເຕື້ອງເຖິງຄວາມສຳຄັນຂອງການເຈລະຈາສອງຝ່າຍໃນບັນຫານີ້.

ທ່ານ Kao Kim Hourn ພວມມີການຢ້ຽມຢາມ ອິນເດຍ ຢ່າງເປັນທາງການຄັ້ງທຳອິດ, ແຕ່ວັນທີ 11 – 15 ກຸມພາ, ໃນຖານະເປັນເລຂາທິການໃຫຍ່ ອາຊຽນ. ການຢ້ຽມຢາມນີ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນ ອາຊຽນ - ອິນເດຍ ແລະ ຊີ້ແຈ້ງການຮ່ວມມືຫຼາຍດ້ານລະຫວ່າງສອງຝ່າຍ ໃນຫຼາຍຂົງເຂດ, ໃນນັ້ນ, ມີການພົວພັນຄູ່ຮ່ວມມືຍຸດທະສາດ, ການສຶກສາ ແລະ ວັດທະນະທຳ.

ຕອບກັບ