ອາ​ຊຽນ ຊຸກ​ຍູ້​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ຄວາມ​ໝັ້ນ​ຄົງ ໃນ​ພາກ​ພື້ນ - ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ

Chia sẻ
(VOVWORLD) - ວັນທີ 15 ພະຈິກ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 17 (ADMM-17), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ດຳເນີນຢູ່ ຈາກາຕາ, ອິນໂດເນເຊຍ.

ອາ​ຊຽນ ຊຸກ​ຍູ້​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ຄວາມ​ໝັ້ນ​ຄົງ ໃນ​ພາກ​ພື້ນ - ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ - ảnh 1ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກອງປະຊຸມ ADMM - 17 ໄດ້ຮັບຟັງບົດລາຍງານກ່ຽວກັບໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດ ຂັ້ນສູງ ອາຊຽນ (ADSOM) ແລະ ຮັບຮອງເອົາແຜນການເຄື່ອນໄຫວ ADMM ໄລຍະ 2023 – 2026. ກອງປະຊຸມກໍ່ຮັບຮອງເອົາເອກະສານ/ຂໍ້ລິເລີ່ມໃໝ່ຫຼາຍສະບັບໃນ ADMM.

ພິເສດ, ກອງປະຊຸມໄດ້ຮັບຮອງເອົາ “ຖະແຫຼງການຮ່ວມ ຈາກາຕາ ຂອງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ຄວາມໝັ້ນຄົງ”. ຖະແຫຼງການຮ່ວມໄດ້ຮັບຮູ້ຄວາມສັບສົນຂອງບັນດາໄພນາບຂູ່ ແລະ ສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່. ການຫັນປ່ຽນຂອງພູມສາດການເມືອງ ແລະ ທີ່ຕັ້ງຍຸດທະສາດ ໃນພາກພື້ນ ແລະ ຜົນກະທົບຂອງການແກ້ງແຍ້ງກັນລະຫວ່າງບັນດາປະເທດມະຫາອຳນາດອາດຈະກໍ່ຜົນສະທ້ອນຕໍ່ຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງ ອາຊຽນ.

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຂອງ ຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ໃນອາຊຽນເວົ້າລວມ, ໃນການຮ່ວມມືດ້ານການປ້ອງກັນຊາດ - ການທະຫານອາຊຽນເວົ້າສະເພາະ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃນອາຊຽນ, ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ