ອາຊຽນ 2020: ການຮ່ວມມືດ້ານການທະຫານເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

Chia sẻ
(VOVWORLD) -  ວັນທີ 16 ກັນຍາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຫົວໜ້າກົມການຮົບກອງທັບບັນດາປະເທດ ອາຊຽນ ຄັ້ງທີ 10 (AMOM-10) ດ້ວຍຫົວຂໍ້ວ່າ “ການຮ່ວມມືດ້ານການທະຫານເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.
ອາຊຽນ 2020: ການຮ່ວມມືດ້ານການທະຫານເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື - ảnh 1 ກອງປະຊຸມທາງອອນລາຍຫົວໜ້າກົມການຮົບກອງທັບບັນດາປະເທດ ອາຊຽນ ຄັ້ງທີ 10  (ພາບ: TTXVN)

        ປຶກສາຫາລືທີ່ກອງປະຊຸມ, ຜູ້ຕາງໜ້າກົມການຮົບກອງທັບບັນດາປະເທດ ອາຊຽນ ເນັ້ນໜັກວ່າ ບັນດາອົງການການຮົບກອງທັບບັນດາປະເທດ ອາຊຽນ ມີຄວາມໝາຍສຳຄັນ ດ້ວຍບົດບາດເປັນເສນາທິການໃຫ້ແກ່ການນຳກອງທັບບັນດາປະເທດ ໃນການສ້າງແຜນການ, ລາຍການຮ່ວມມືລວມ, ເພີ່ມທະວີກການຮ່ວມມືລະຫວ່າງບັນດາອົງການ. ສະນັ້ນ, ໃນໄລຍະຈະມາເຖິງ, ອົງການການຮົບກອງທັບບັນດາປະເທດ ອາຊຽນ ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການແລກປ່ຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຍົກສູງຄວາມຮັບຮູ້, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງອົງການການຮົບກອງທັບບັນດາປະເທດ ອາຊຽນ.

        ສິ້ນສຸດກອງປະຊຸມ, ທ່ານພົນຕີ ທ໊າຍດ້າຍງອັກ, ຫົວໜ້າກົມການຮົບ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນພິທີມອບ-ຮັບຕຳແໜ່ງປະທານ AMOM ໃຫ້ຜູ້ຕາງໜ້າ ບຣູໄນ.

ຕອບກັບ