ອ​ີ​ຣານ​​ຊີ້​ໃຫ້​ເຫັນ​ສິ່ງ​ກີດ​ຂວາງ​ສຳ​ລັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ

Chia sẻ
(VOVWORLD) -ສຳນັກຂ່າວສານ Tasnim ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານນີ້ ໂດຍຊີ້ແຈ້ງວ່າ ປັດຈຸບັນ ເລື່ອງ ວໍຊິງຕັນ ພວມຊັ່ງຊາການຍົກເລີກບັນດາມາດຕະການລົງໂທດແມ່ນສິ່ງທ້າທາຍຫຼັກສຳລັບວິວັດການເຈລະຈາ”. 
ອ​ີ​ຣານ​​ຊີ້​ໃຫ້​ເຫັນ​ສິ່ງ​ກີດ​ຂວາງ​ສຳ​ລັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ - ảnh 1ໂຮງງານນິວເຄຼຍ Natanz, ອີຣານ (ພາບ: AFP/TTXVN)

ເລື່ອງ ອາເມລິກາ ຊັ່ງຊາຍົກເລີກທຸກຄຳສັ່ງລົງໂທດ ແນໃສ່ເຕເຮຣານ ແມ່ນຮົ້ວກີດຂວາງຫຼັກ ສຳລັບຄວາມມານະພະຍາຍາມຟື້ນຟູຂໍ້ຕົກລົງນິວເຄຼຍ ແຜນການກະທຳລວມຮອບດ້ານ (JCPOA) ທີ່ໄດ້ລົງນາມໃນປີ 2015. ນີ້ແມ່ນຂໍ້ສັງເກດຂອງເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດອີຣານທ່ານໜຶ່ງ ທີ່ໄດ້ຍົກອອກມາໃນວັນທີ 5 ທັນວາ.

ສຳນັກຂ່າວສານ Tasnim ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານນີ້ ໂດຍຊີ້ແຈ້ງວ່າ ປັດຈຸບັນ ເລື່ອງ ວໍຊິງຕັນ ພວມຊັ່ງຊາການຍົກເລີກບັນດາມາດຕະການລົງໂທດແມ່ນສິ່ງທ້າທາຍຫຼັກສຳລັບວິວັດການເຈລະຈາ”. ເຈົ້າໜ້າທີ່ທ່ານນີ້ກໍ່ຖືວ່າ ຂໍ້ຕົກລົງຈະ “ບັນລຸໄດ້ຢ່າງງ່າຍດາຍ” ຖ້າຫາກວ່າບັນດາປະເທດມະຫາອຳນາດເອີລົບ ສະແດງໃຫ້ເຫັນເຈດຈຳນົງທາງການເມືອງ ຢ່າງເຂັ້ມງວດ ແລະ ມີຄວາມໄຫວພິບ.

ບັນດາການເຈລະຈາເພື່ອແນໃສ່ຟື້ນຟູ JCPOA ຈະໄດ້ຮັບການເຊື່ອມຕໍ່ໃນກາງອາທິດໜ້າ ຢູ່ວຽນນາ (ປະເທດ ໂອຕາລິດ), ພາຍຫຼັງທີ່ຖືກໂຈະໄວ້ໃນວັນທີ 3 ທັນວາ. ເຂົ້າຮ່ວມການເຈລະຈາຮອບໃໝ່ມີບັນດາຄະນະເຈລະຈາທີ່ມາຈາກ ອັງກິດ, ຈີນ, ຝລັ່ງ, ເຢຍລະມັນ ແລະ ລັດເຊຍ, ໃນຂະນະນັ້ນ ຝ່າຍຄະນະເຈລະຈາ ອາເມລິກາ ຈະເຂົ້າຮ່ວມແບບທາງອ້ອມໂດຍຜ່ານ ສະຫະພາບເອີລົບ (EU).

ຕອບກັບ