ອີຢູ ຮຽກຮ້ອງ ບໍ່ແຊກແຊງດ້ານການທະຫານເຂົ້າ ເວເນຊູເອລາ

Chia sẻ
(VOVWORLD) -ສະຫະພາບເອີຣົບ (ອີຢູ) ໄດ້ຮຽກຮ້ອງບັນດາປະເທດບໍ່ຄວນແຊກແຊງດ້ານການທະຫານເຂົ້າ ເວເນຊູເອລາ.

 ວັນທີ 25 ກຸມພາ, ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ທ່ານນາງ Maja Kocijanic, ໂຄສົກຂອງທ່ານ Federica Mogherini ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຂອງ ອີຢູ ໄດ້ເນັ້ນໜັກເຖິງ ບົດບາດສໍາຄັນຂອງມາດຕະການດ້ານການເມືອງສັນຕິພາບ ແລະ ປະຊາທິປະໄຕຂອງ ເວເນຊູເອລາ ເອງ ສໍາລັບວິກິດການໃນປັດຈຸຸບັນ. ຕາມທ່ານນາງ Maja Kocijanic ແລ້ວ, ເປັນທີ່ຈະແຈ້ງແລ້ວວ່າ ສິ່ງດັ່ງກ່າວບໍ່ລວມທັງເລື່ອງນໍາໃຊ້ ກໍາລັງອາວຸດ. ອີຢູ ໄດ້ເຫັນດີທັດສະນະດັ່ງກ່າວໃນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ຢູ່ ບຣຸກແຊນ ໃນອາທິດກ່ອນນີ້.

        ຄໍາຖະແຫຼງດັ່ງກ່າວ ຖືກຍົກອອກໃນສະພາບການທີ່ ທ່ານ Juan Guaido ການນໍາຝ່າຍຄ້ານ ພວມມີໜ້າຢູ່ ນະຄອນຫຼວງ Bogota ຂອງ ໂກລົມໂບ ເພື່ອແນໃສ່ດໍາເນີນການເຈລະຈາກັບບັນດາພັນທະມິດໃນກຸ່ມ Lima (ເຊິ່ງລວມມີ 13 ປະເທດ ອາເມລິກາ ລາຕີນ ແລະ ການາດາ) ກ່ຽວກັບບັນດາມາດຕະການເພື່ອເຮັດໃຫ້ທ່ານປະທານາທິບໍດີ Nicolas Maduro ຕ້ອງ ລາອອກຈາກຕໍາແໜ່ງ.


ຕອບກັບ