ວົງການເຈົ້າໜ້າທີ່ ເອີຣົບ ຢືນຢັນວ່າ ຖ້າໄດ້ຮັບການລົງນາມ, ສັນຍາສະບັບນີ້ ຈະແມ່ນຂໍ້ຕົກລົງທີ 2 ໃນຂອບເຂດນະໂຍບາຍການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບລວມຂອງ ອີຢູ (PSDC) ທີ່ໄດ້ລົງນາມກັບປະເທດ ອາຊີ, ຖັດຈາກຂໍ້ຕົກລົງກັບ ສ.ເກົາຫຼີ. ຂໍ້ຕົກລົງຄ້າຍຄືກັນ ກໍ່ໄດ້ຮັບການລົງນາມລະຫວ່າງ ອີຢູ ກັບ ອົດສະຕາລີ, ນິວຊີແລນ.
ກ່ອນໜ້ານັ້ນ, ຝ່າຍ ອີຢູ ໄດ້ຕົກລົງຈັດສົ່ງບັນດາທີ່ປຶກສາດ້ານການທະຫານໄປຍັງ ອາຊີ, ເລີ່ມຕົ້ນແມ່ນຄະນະປະຕິບັດງານການທະຫານ ອີຢູ ທີ່ຢູ່ຄຽງຂ້າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ຈາກາຕາ.