ມີ​ນັກ​ໂທດຫຼາຍ​ກ່​ວາ 3.700 ຄົນ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ ຕາມ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ໄດ້ສົມທົບກັບ ກະຊວງຕຳຫຼວດ ແລະ ອົງການທີ່ກ່ຽວຂ້ອງ ຈັດກອງປະຊຸມຖະແຫຼງຂ່າວປະກາດ ຂໍ້ຕົກລົງອະໄພຍະໂທດ ປີ 2024 ຂອງປະທານປະເທດ.
ມີ​ນັກ​ໂທດຫຼາຍ​ກ່​ວາ 3.700 ຄົນ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ ຕາມ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ - ảnh 1ກອງປະຊຸມຖະແຫຼງຂ່າວປະກາດ ຂໍ້ຕົກລົງອະໄພຍະໂທດ ປີ 2024 ຂອງປະທານປະເທດ (ພາບ: VGP)

ຕາມຂໍ້ຕົກລົງອະໄພຍະໂທດປີ 2024 ຂອງປະທານປະເທດ ທີ່ຫາກໍ່ປະກາດ, ປະທານປະເທດ ໄດ້ຕົກລົງ ອະໄພຍະໂທດໃຫ້ແກ່ນັກໂທດ 3763 ຄົນ ພວມປະຕິບັດຄຳຕັດສິນຈຳຄຸກ ແລະ 7 ຄົນພວມຮັບການໂຈະຊົ່ວຄາວການປະຕິບັດຄຳຕັດສິນຈຳຄຸກ. ຂໍ້ຕົກລົງອະໄພຍະໂທດ ມີຜົນສັກສິດນັບແຕ່ວັນທີ 1 ຕຸລາ 2024. ທ່ານ ຟ້າມແທັງຮ່າ ຮອງຫົວໜ້າຫ້ອງວ່າການປະທານປະເທດ ໃຫ້ຮູ້ວ່າ:ໃນວິວັດການພິຈາລະນາອະໄພຍະໂທດ, ສະພາໃຫ້ຄຳປຶກສາ ໄດ້ຈັດສົ່ງຫຼາຍຄະນະກວດກາລົງຄ້າຍຄຸ້ມຂັງຕ່າງໆ ເພື່ອກວດກາການປະຕິບັດຕາມຂໍ້ກຳນົດຂອງກົດໝາຍ. ທ່ານໃຫ້ຮູ້ວ່າ:

ການພິຈາລະນາການອະໄພຍະໂທດຕ້ອງປະຕິບັດຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ກໍ່ຄືບັນດາບັ້ນອະໄພຍະໂທດໄດ້ປະຕິບັດໃນຫຼາຍປີຜ່ານມາ, ເມື່ອພິຈາລະນາການອະໄພຍະໂທດຕ້ອງປະຕິບັດຕາມບັນດາຫຼັກການໃດໜຶ່ງນັ້ນແມ່ນ: ການອະໄພຍະໂທດ ຕ້ອງໄດ້ດຳເນີນຢ່າງເຂັ້ມງວດ, ແໜ້ນແຟ້ນ, ເປີດເຜີຍ, ປະຊາທິປະໄຕ, ຮັບປະກັນຄວາມສະເໝີພາບ, ຖືກເປົ້າໝາຍ, ມາດຖານຕາມຂໍ້ກຳນົດຂອງກົດໝາຍ.

ກໍ່ໃນກອງປະຊຸມຖະແຫຼງຂ່າວ, ອົງການທີ່ມີໜ້າທີ່ຮັບຜິດຊອບໃຫ້ຮູ້ວ່າ ລັດຖະບານໄດ້ຊີ້ນຳກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ປະຕິບັດບັນດານະໂຍບາຍ ເພື່ອໃຫ້ຜູ້ໄດ້ຮັບການອະໄພຍະໂທດເຊື່ອມຕົວເຂົ້າກັບວົງຄະນະຍາດໂດຍໄວ.

ຕອບກັບ