ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ​ຢູ່ ມົງ​ໂກນ

Chia sẻ
(VOVWORLD) - ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ ໃນລະຫວ່າງວັນທີ 30 ກັນຍາ -  1 ຕຸລາ ໄດ້ຈັດຂຶ້ນຢ່າງສົມກຽວຕາມພິທີການສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ.
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ​ຢູ່ ມົງ​ໂກນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh (ພາບ: TTXVN)

ຕອນບ່າຍວັນທີ 30 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສະໜາມຫຼວງ Sukhbaatar, ນະຄອນຫຼວງ Ulan Bator, ມົງໂກນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ ໃນລະຫວ່າງວັນທີ 30 ກັນຍາ -  1 ຕຸລາ ໄດ້ຈັດຂຶ້ນຢ່າງສົມກຽວຕາມພິທີການສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານາທາບໍດີ ມົງໂກນ Ukhnaagiin Khurelsukh ໄດ້ໃຫ້ການຕ້ອນຮັບສະເພາະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕາມພິທີທີ່ເປັນປະເພນີຂອງຊາວມົງໂກນ. ພາຍຫຼັງການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ດຳເນີນການເຈລະຈາ ແລະ ເປັນສັກຂີພິຍານ ພິທີລົງນາມເອກະສານຮ່ວມມືຫຼາຍສະບັບ.

ຕອບກັບ