ຫວຽດນາມ - ມົງໂກນ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມມົງໂກນ, ຕອນບ່າຍວັນທີ 30 ກັນຍາ, ຢູ່ນະຄອນຫຼວງ Ulan Bator, ປະເທດ ມົງໂກນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ແລະ ທ່ານປະທານາທິບໍດີມົງໂກນ Ukhnaagiin Khurelsukh ໄດ້ດຳເນີນການເຈລະຈາ ແລະ ໄດ້ອອກຖະແຫຼງການຍົກລະດັບການພົວພັນຫວຽດນາມ - ມົງໂກນຂຶ້ນເປັນການພົວພັນຄູ່ຮ່ວມມືຮອບດ້ານ.
ຫວຽດນາມ - ມົງໂກນ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ແລະ ທ່ານປະທານາທິບໍດີມົງໂກນ Ukhnaagiin Khurelsukh 

     ທີ່ການເຈລະຈາ, ການນຳສອງປະເທດ ມີຄວາມພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ມົງໂກນ. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ 2 ຝ່າຍ ແລະ ຄວາມເຊື່ອໝັ້ນໃນອະນາຄົດ, ການນຳສອງປະເທດໄດ້ພ້ອມກັນຖະແຫຼງປະກາດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ, ເປີດໄລຍະໃໝ່ໃນການພົວພັນລະຫວ່າງສອງປະເທດໄລຍະຈະມາເຖິງ.

     ການນຳ 2 ທ່ານຍັງໄດ້ປຶກສາຫາລື ແລະ ບັນລຸໄດ້ລະດັບຄວາມຮັບຮູ້ກ່ຽວກັບທິດທາງສະເພາະເພື່ອຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືຂອງ   ການນຳ ຂັ້ນສູງ, ໃນນັ້ນ ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳ; ເຫັນດີເພີ່ມທະວີການພົບປະແລກປ່ຽນ ແລະ ການພົວພັນກັບຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມື ແລະ ການສົນທະນາທີ່ມີຢູ່ແລ້ວ; ຊຸກຍູ້ການຮ່ວມມືທາງການທູດ, ຄວາມໝັ້ນຄົງ ແລະ ຕຸລາການ; ສືບຕໍ່ຮ່ວມມື ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ…   

     ສິ້ນສຸດການເຈລະຈາ, ການນຳ 2 ທ່ານ ໄດ້ອອກຖະແຫຼງການຮ່ວມຫວຽດນາມ-ມົງໂກນ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ເພື່ອແນໃສ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ.

ຫວຽດນາມ - ມົງໂກນ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ - ảnh 2ການນຳສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ແລະ ກະຊວງຄົມມະນາຄົມມົງໂກນ

     ກໍໃນຕອນບ່າຍຂອງວັນດຽວກັນນີ້, ພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລີມ ແລະ ທ່ານປະທານາທິບໍດີມົງໂກນ Ukhnaagiin Khurelsukh ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ຂອງສອງປະເທດ ຫວຽດນາມ - ມົງໂກລີ.

ເອກະສານທີ່ລົງນາມລວມມີ: ບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດກົດໝາຍລະຫວ່າງກະຊວງຍຸຕິທຳຫວຽດນາມ ແລະກະຊວງຍຸຕິທຳ ແລະ ພາຍໃນມົງໂກນ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ແລະ ກະຊວງຄົມມະນາຄົມມົງໂກນ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ຊາວໜຸ່ມ ມົງໂກນ; ຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຍຸຕິທຳ ແລະ ທ້ອງຖິ່ນມົງໂກນ ກ່ຽວກັບຄວາມປອດໄພທາງອິນເຕີແນັດ ແລະ ຕ້ານອາດຊະຍາກຳ; ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ Ulan Bator; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ແລະ ສະຖາບັນບັນດິດວິທະຍາສາດມົງໂກນ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ມະຫາວິທະຍາໄລວິທະຍາສາດເຕັກໂນໂລຢີມົງໂກນ.

ຕອບກັບ