ອີຢູ ພວມຊັ່ງຊາບ້ວງເງິນອຸປະຖຳ 2 ຕື້ເອີໂຣ ເພື່ອຜະລິດວັກຊິນ Covid-19

Chia sẻ
(VOVWORLD) -  ຄະນະກຳມະການເອີຣົບ (EC) ພວມຊັ່ງຊາການນຳໃຊ້ກອງທຶນດ່ວນທີ່ມີມູນຄ່າກ່ວາ 2 ຕື້ເອີໂຣ ເພື່ອອຸປະຖຳໃຫ້ບັນດາບໍລິສັດການຢາ, ຫ້ອງທົດລອງຜະລິດວັກຊິນໂຄວິດ-19.

        ປັດຈຸບັນ, ວົງການເຈົ້າໜ້າທີ່ເອີຣົບ ພວມມີຄວາມວິຕົກກັງວົນ ວ່າຢ້ານມີວັກຊິນໂຄວິດ-19 ບໍ່ຄົບ ເພື່ອແຈກຢາຍໃຫ້ທົ່ວພາກພື້ນ. ຈຳນວນເງິນດັ່ງກ່າວ ໄດ້ສະເໜີເພື່ອແນໃສ່ຊ່ວຍບັນດາບໍລິສັດລົງທຶນຜະລິດ ແລະ ໜູນຊ່ວຍປະກັນໄພຄວາມຮັບຜິດຊອບ.

        ປັດຈຸບັນ ມີວັກຊິນໂຄວິດ-19 ຢ່າງໜ້ອຍສຸດແມ່ນ 90 ຊະນິດ ພວມໄດ້ຮັບການຄົ້ນຄວ້າ, ໃນນັ້ນ 8 ຊະນິດແມ່ນໄດ້ທົດລອງແລ້ວ.

ຕອບກັບ