ອິນໂດເນເຊຍ ແລະ ມາເລເຊຍ ຈະເປີດເສັ້ນທາງທະເລແຕ່ Dumai – Malacca

Chia sẻ
(VOVWORLD) -      ອິນໂດເນເຊຍ ແລະ ມາເລເຊຍ ພວມມານະພະຍາຍາມຊຸກຍູ້ເປີດເສັ້ນທາງທະເລ ແຕ່ Dumai ໄປ Malacca ເພື່ອເພີ່ມທະວີການພົວພັນສອງຝ່າຍ.
ອິນໂດເນເຊຍ ແລະ ມາເລເຊຍ ຈະເປີດເສັ້ນທາງທະເລແຕ່ Dumai – Malacca - ảnh 1 (ພາບປະກອບ: researchgate.net) 

        ນີ້ແມ່ນໂຄງການ ໂດຍກຸ່ມປະຕິບັດງານການຂົນສົ່ງທາງທະເລ ອາຊຽນ (MTWG) ສະເໜີ ແລະ ແມ່ນໜຶ່ງໃນບັນດາໂຄງການບຸລິມະສິດໃນແຜນການສັງລວມ ກ່ຽວກັບການເຊື່ອມຕໍ່ ອາຊຽນ ແລະ ແຜນການເຄື່ອນໄຫວຂອງ ບຣູໄນ. ຕາມແຜນການແລ້ວ, ເສັ້ນທາງທະເລນີ້ ອາດຈະໄດ້ເປີດບໍລິການຮັບໃຊ້ໃນເດືອນພະຈິກ ປີ 2020, ພາຍຫຼັງ ອິນໂດເນເຊຍ ແລະ ມາເລເຊຍ ລົງນາມໃນບົດບັນທຶກຊ່ວຍຈໍາ ຄາດຄະເນ ໃນທ້າຍປີ 2019.


ຕອບກັບ