ອິດສະຣາແອັນ ສືບຕໍ່ຮຽກຮ້ອງໃຫ້ສາມັນຊົນຢູ່ Rafah ຍົກຍ້າຍ

Chia sẻ
(VOVWORLD) - ໂຄສົກຂອງກອງທັບ ອິດສະຣາແອັນ ກໍ່ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດ Jabalia, ທາງທິດເໜືອເຂດ ກາຊາ ແລະ 11 ເຂດໃກ້ຄຽງ ຍົກຍ້າຍເຖິງເຂດຫຼົບໄພຢູ່ທາງທິດຕາເວັນຕົກ.
ອິດສະຣາແອັນ ສືບຕໍ່ຮຽກຮ້ອງໃຫ້ສາມັນຊົນຢູ່ Rafah ຍົກຍ້າຍ - ảnh 1(ພາບປະກອບ: THX/TTXVN)

ວັນທີ 11 ພຶດສະພາ, ອິດສະຣາແອັນ ສືບຕໍ່ຮຽກຮ້ອງໃຫ້ຊາວ ປາແລັດສະຕິນ ຢູ່ຫຼາຍເຂດແຕກຕ່າງກັນຂອງນະຄອນ Rafah, ທາງທິດໃຕ້ເຂດ ກາຊາ, ຍົກຍ້າຍເຖິງບ່ອນເຊິ່ງເຂົາເຈົ້າເອີ້ນວ່າ “ເຂດມະນຸດສະທຳເປີດກວ້າງ” ຢູ່ Al-Mawasi.

ພ້ອມກັນນັ້ນ, ໃນບົດຂຽນເອົາລົງໃນສື່ສັງຄົມ X ໃນວັນດຽວກັນ, ໂຄສົກຂອງກອງທັບ ອິດສະຣາແອັນ ກໍ່ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດ Jabalia, ທາງທິດເໜືອເຂດ ກາຊາ ແລະ 11 ເຂດໃກ້ຄຽງ ຍົກຍ້າຍເຖິງເຂດຫຼົບໄພຢູ່ທາງທິດຕາເວັນຕົກ. ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ, ມາຮອດປະຈຸບັນ ມີປະຊາຊົນຢູ່ເຂດ ກາຊາ ປະມານ 300.000 ຄົນໄດ້ຍົກຍ້າຍໄປ Al-Mawasi. ນີ້ແມ່ນສັນຍານໃໝ່ສຸດ ຊີ້ໃຫ້ເຫັນວ່າ, ກອງທັບ ອິດສະຣາແອັນ ພວມຍູ້ແຮງບັ້ນບຸກໂຈມຕີທາງບົກແນໃສ່ Rafah.

ກ່ຽວຂ້ອງເຖິງປະຕິກິລິຍາຂອງປະຊາຄົມສາກົນ ຕໍ່ການບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ Rafah, ວັນທີ 11 ພຶດສະພາ,  ທ່ານປະທານຄະນະກຳມະການ ເອີລົບ Charles Michel ໄດ້ພັນລະນາເລື່ອງກອງທັບ ອິດສະຣາແອັນ ຮຽກຮ້ອງໃຫ້ປະຊາຊົນ ປາແລັດສະຕິນ ຕ້ອນຍົກຍ້າຍອອກຈາກ Rafah ແມ່ນບໍ່ສາມາດຍອມຮັບໄດ້; ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ຢຸດຕິການບຸກໂຈມຕີແນໃສ່ Rafah ໃນທັນທີ.

ຕອບກັບ