ອັດງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວຄັ້ງທີ 3

Chia sẻ
ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ ຫວຽດນາມ ​ແລະ ລາວ​ຄັ້ງທີ 3 ຈັດ​ຂຶ້ນ​ແຕ່​ວັນ​ທີ 16 -20/7 ຫາ​ກໍ​ອັດ​ລົງ​ໃນ​ຕອນ​ຄຳ່​ວັນ​ທີ 20/7 ຢູ່ ສູນ​ກອງ​ປະຊຸມ​ແຂວງ ຕວຽນ​ກວາງ
ອັດງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວຄັ້ງທີ 3 - ảnh 1
ທ່ານພັນຄຳ ວິພາ​ວັນປະດັບ​ຫລຽນ​ໄຊ​ອິດສະຫລະ​ ໃຫ້ແກ່ ທ່ານຫວູຊວນ​ຮົ່ງ
ພາບ:internet

(vovword) - ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ ຫວຽດນາມ ​ແລະ ລາວ​ຄັ້ງທີ 3 ຈັດ​ຂຶ້ນ​ແຕ່​ວັນ​ທີ 16 -20/7 ຫາ​ກໍ​ອັດ​ລົງ​ໃນ​ຕອນ​ຄຳ່​ວັນ​ທີ 20/7 ຢູ່ ສູນ​ກອງ​ປະຊຸມ​ແຂວງ ຕວຽນ​ກວາງ. ​ໃນ​ງານ​ມະ​ໂຫລານ​ຄັ້ງ​ນີ້, ຜູ້​ແທນ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ​ໄດ້​ພົບ​ປະ​ແລກປ່ຽນບັນດາ​ບົດຮຽນ​ດີ​ໃນ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​​ໄຫວ​ມິດຕະພາບ​ຢູ່​ທ້ອງ​ຖິ່ນ ພ້ອມ​ທັງ​ສະ​ເຫ​ນີບັນດາ​ມາດ​ຕະການ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ​ແລະ ລາວ, ນຳ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ລະດັບ​ສູງ​ໃຫມ່. ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ຊີ້​ແຈງ​ວ່າ: ສືບ​ຕໍ່​ກໍ່ສ້າງ, ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ແມ່ນ​ຫນ້າ​ທີ່​ລວມຂອງ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງ​ມະຫາ​ຊົນ ​ແລະ ຊາວ ຫວຽດນາມ ​ແລະ ລາວ​ແຕ່ລະຄົນ, ​ໃນ​ນັ້ນ ມີ​ບັນດາ​ອົງການ​ມິດຕະພາບ​ຂອງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ຕາງຫນ້າ​ໃຫ້​ພັກ ​ແລະ ລັດ ສປປ ລາວ, ທ່ານ ​ພັນຄຳ ວິພາ​ວັນ  ລັດຖະມົນຕີ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ປະທານ​ສູນ​ກາງ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ, ຫົວຫນ້າ​ຄະນະ​ຜູ້​ແທນປະຊາຊົນ ສປປ ລາວ​ໄດ້​ປະດັບ​ຫລຽນ​ໄຊ​ອິດສະຫລະ​ຊັ້ນ 3 ​ໃຫ້​ແກ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ ​ແລະ ລາວ, ປະດັບ​ຫລຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ ຫວູຊວນ​ຮົ່ງ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ. ຕາງຫນ້າ​ໃຫ້​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ, ທ່ານ​ພັນ​ຄຳ ​ໄດ້​ມອບ​ຈຳນວນ​ເງິນ 50.000 USD ​ໃຫ້​ແກ່​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຕວຽນ​ກວາງ ​ເພື່ອ​ປະຕິສັງຂອນ​ບັນດາ​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ຂອງ​ປະຕິວັດ​ລາວ ​ແລະ ຫວຽດນາມ ຢູ່ ​ເມືອງ ອຽນ​ເຊີນ ​ແລະ ​ເຊີນ​ເຢືອງ.