ອັງ​ກິດ​ປະ​ກາດ​ຈະສົ່ງ​ໃບ​ຄຳ​ຮ້ອງຂໍ​ເຂົ້າ​ຮ່ວມ CPTPP

Chia sẻ
(VOVWORLD) -ວັນທີ 20 ມັງກອນ, ທ່ານນາງ Liz Truss ລັດຖະມົນຕີກະຊວງການຄ້າ ອັງກິດ ໃຫ້ຮູ້ວ່າ ປະເທດນີ້ ຈະສົ່ງໃບຄຳຮ້ອງຂໍເຂົ້າຮ່ວມ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໂດຍໄວ.
ອັງ​ກິດ​ປະ​ກາດ​ຈະສົ່ງ​ໃບ​ຄຳ​ຮ້ອງຂໍ​ເຂົ້າ​ຮ່ວມ CPTPP - ảnh 1ທ່ານນາງ Liz Truss ລັດຖະມົນຕີກະຊວງການຄ້າ ອັງກິດ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຂອງ ບໍລິສັດ City&Finalcial Global, ທ່ານນາງ Truss ໄດ້ປະກາດວ່າ “ພວກຂ້າພະເຈົ້າຈະຍົກອອກຂໍ້ສະເໜີເຂົ້າຮ່ວມເຂດການຄ້າເສລີນີ້ຢ່າງເປັນທາງການໂດຍໄວ” ແລະ ເອີ້ນວ່ານີ້ ແມ່ນ ໜຶ່ງໃນບັນດາເຂດການຄ້າທີ່ມີຄວາມເສລີຂະຫຍັນຂັນເຄື່ອນທີ່ສຸດໃນໂລກ”.

CPTPP ລວມມີ 11 ປະເທດສະມາຊິກ ແມ່ນອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. ສັນຍານີ້ໄດ້ຮັບການລົງນາມຈາກປະເທດເຫຼົ່ານັ້ນໃນເດືອນທັນວາ ປີ 2018 ພາຍຫຼັງອາເມລິກາຖອນຕົວອອກຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ໃນປີ 2017.

ຕອບກັບ