ທ່ານ Michel Barnier, ຫົວໜ້າຄະນະເຈລະຈາ Brexit ຂອງ ສະຫະພາບເອີຣົບ (ພາບ: TTXVN) |
ທ່ານ Barnier ກໍໃຫ້ຮູ້ຕື່ມອີກວ່າ ໃນການເຈລະຈາຮອບທີ 2 ຊຶ່ງຈະຈັດຂຶ້ນຢູ່ ລອນດອນ ໃນທ້າຍເດືອນ ມີນາ ຈະມາເຖິງ ໂດຍຈະປຶກສາຫາລືກ່ຽວກັບບັນດາເນື້ອໃນຄື ດ້ານການຄ້າ, ຄວາມໝັ້ນຄົງ, ນະໂຍບາຍການຕ່າງປະເທດ ແລະ ຫຼາຍຂົງເຂດອື່ນໆ. ເຖິງຢ່າງໃດກໍຕາມ, ທ່ານ Barnier ກໍຢັ້ງຢືນວ່າ ຈະບໍ່ຊອກຫາວິທີສິ້ນສຸດການເຈລະຈາ “ບໍ່ວ່າດ້ວຍວິທີໃດ”, ເພາະວ່າ ໃນໄລຍະເຈລະຈາອັນສັ້ນໆນີ້ ຈະບໍ່ສາມາດປະຕິບັດສໍາເລັດທຸກຢ່າງໄດ້, ເຖິງວ່າ ອີຢູ ຈະມານະພະຍາຍາມຈົນສຸດຄວາມສາມາດກໍຕາມ. ທ່ານກໍກ່າວເຕືອນກ່ຽວກັບວິວັດທະນາການດໍາເນີນການເຈລະຈາ ຈະ “ສັບສົນ, ເຄັ່ງຕຶງ, ຫຍຸ້ງຍາກ, ຊໍ້າບໍ່ໜໍາ ອາດຈະຍາກທີ່ສຸດ”.