49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ການນຳພັກ, ລັດ ເຂົ້າ ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ

Chia sẻ
(VOVWORLD) - ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກກອມມູນິດ ຫວຽດນາມ ແລະ ຊາດ ຫວຽດນາມ.
49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ການນຳພັກ, ລັດ ເຂົ້າ ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ - ảnh 1   ຄະນະຜູ້ແທນໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ
(ພາບ: VGP)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2024), ຕອນເຊົ້າວັນທີ 26 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ   ແລະ ຖະຫວາຍທູບທຽນໄຫວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.

        ເຂົ້າຮ່ວມພິທີອາໄລຫາ, ມີທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ; ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ; ທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ທ່ານນາງ ຫວໍທິແອັງຊວັນ, ຜູ້ຮັກສາການປະທານປະເທດ, ພ້ອມກັບບັນດາອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ.

        ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກກອມມູນິດ ຫວຽດນາມ ແລະ ຊາດ ຫວຽດນາມ. ພວງມາລາຂອງຄະນະມີແຖວຕົວໜັງສື “ຮູ້ບຸນຄຸນຕໍ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ”.

        ຕໍ່ຈາກນັ້ນ, ຄະນະຜູ້ແທນໄດ້ໄປວາງພວງມາລາ, ຖະຫວາຍທູບທຽນ ໄຫວ້ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.

ຕອບກັບ