ຈີນ, ອາເມລິກາ ເນັ້ນໜັກເຖິງ ການເຈລະຈາເພື່ອແກ້ໄຂຄວາມບໍ່ລົງລອຍກັນ

Chia sẻ
(VOVWORLD) - ທ່ານລັດຖະມົນຕີ ຫວາງອີ ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າໂລກ ພວມ “ເລີ່ມມີຄວາມສະຖຽນລະພາບ”
ຈີນ, ອາເມລິກາ ເນັ້ນໜັກເຖິງ ການເຈລະຈາເພື່ອແກ້ໄຂຄວາມບໍ່ລົງລອຍກັນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken
(ພາບ: AFP/TTXVN)

        ວັນທີ 26 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ທີ່ພວມມີການຢ້ຽມຢາມ ຈີນ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ຫວາງອີ ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າໂລກ ພວມ “ເລີ່ມມີຄວາມສະຖຽນລະພາບ” ພາຍຫຼັງກອງປະຊຸມສຸດຍອດລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເລິກາ Joe Biden ຢູ່ San Francisco, ອາເມລິກາ ເມື່ອເດືອນ ພະຈິກ 2023. ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງນັ້ນ, ບັນດາປັດໄຈຫຍໍ້ທໍ້ໃນການພົວພັນ 2 ຝ່າຍຍັງມີຢູ່ ແລະ ນັບມື້ນັບເພີ່ມຂຶ້ນ. ທ່ານຮຽກຮ້ອງໃຫ້ 2 ປະເທດແກ້ໄຂຄວາມບໍ່ລົງລອຍກັນ, ກໍຄືບັນດາຄວາມສ່ຽງກໍ່ຜົນສະທ້ອນເຖິງການພົວພັນ 2 ຝ່າຍ.

        ສ່ວນທ່ານລັດຖະມົນຕີ Antony Blinken ເນັ້ນໜັກວ່າ, ນະໂຍບາຍການຕ່າງປະເທດ “ໂດຍກົງ” ແມ່ນບໍ່ສາມາດປ່ຽນແປງໄດ້ ເພື່ອຮັບປະກັນໃຫ້ 2 ຝ່າຍສາມາດກຳແໜ້ນທັດສະນະຂອງກັນ ສຳລັບບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ, ຜ່ານນັ້ນ ກໍ່ຊ່ວຍຫຼີກລ້ຽງຄວາມເຂົ້າໃຈຜິດ, ກໍ່ຄືການຄິດໄລ່ທີ່ຜິດພາດໄດ້ສ່ວນໃດສ່ວນໜຶ່ງ.

ຕອບກັບ