ອັງກິດ ກຳນົດເວລາຈັດການເລືອກຕັ້ງກ່ອນກຳນົດ

Chia sẻ
(VOVWORLD) - ປະຈຸບັນແມ່ນຈຸດເວລາເພື່ອໃຫ້ ອັງກິດ ສ້າງອະນາຄົດຂອງຕົນ. ຖະແຫຼງການຂອງທ່ານ Sunak ໄດ້ຍົກອອກມາໃນຂະນະທີ່ໝາກຜົນຂອງບັນດາການຢັ່ງຫາງສຽງຮັບຮູ້ພັກສາທາລະນະຝ່າຍຄ້ານພວມນຳໜ້າ ຕໍ່ພັກນິຍົມຮັກສາເດີມກຳອຳນາດປະມານ 20%.

ຕອນບ່າຍວັນທີ 22 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ Rishi Sunak ໄດ້ປະກາດວ່າ ອັງກິດ ຈະຈັດການເລືອກຕັ້ງທົ່ວປະເທດໃນວັນທີ 4 ກໍລະກົດຈະມາເຖິງ. ທ່ານນາຍົກລັດຖະມົນຕີ Sunak ຢັ້ງຢືນວ່າ: ປະຈຸບັນແມ່ນຈຸດເວລາເພື່ອໃຫ້ ອັງກິດ ສ້າງອະນາຄົດຂອງຕົນ. ຖະແຫຼງການຂອງທ່ານ Sunak ໄດ້ຍົກອອກມາໃນຂະນະທີ່ໝາກຜົນຂອງບັນດາການຢັ່ງຫາງສຽງຮັບຮູ້ພັກສາທາລະນະຝ່າຍຄ້ານພວມນຳໜ້າ ຕໍ່ພັກນິຍົມຮັກສາເດີມກຳອຳນາດປະມານ 20%. ພັກນິຍົມຮັກສາເດີມກໍ່ມີໄພເສຍບັດສະໜັບສະໜູນ ຕໍ່ພັກປະຊາທິປະໄຕເສລີ ແລະ ພັກປະຕິຮູບປະເທດ ອັງກິດ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ Sunak ຫວັງວ່າ: ບັນດາຂ່າວດີກ່ຽວກັບຂົງເຂດເສດຖະກິດໄລຍະມໍ່ໆມານີ້ຈະສ້າງທ່ວງທ່າໃຫ້ແກ່ພັກກຳອຳນາດໃນການເລືອກຕັ້ງທົ່ວປະເທດ.

        ຕົວເລກໃນເດືອນນີ້ໄດ້ສະແດງໃຫ້ເຫັນວ່າ ປະເທດ ອັງກິດ ໄດ້ຫລຸດພົ້ນອອກຈາກສະພາບການຊຸດໂຊມດ້ານເຕັກນິກໃນປີ 2023 ດ້ວຍລະດັບການເຕີບໂຕໄວທີ່ສຸດນັບແຕ່ປີ 2021. ໄພເງິນເຟີ້ໃນເດືອນ ເມສາ ຫລຸດລົງຢ່າງແຮງລົງລະດັບ 2,3%, ຈາກລະດັບສູງສຸດແມ່ນ 11%.

ຕອບກັບ