ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດສົ່ງຈົດໝາຍແຈ້ງໃຫ້ສາກົນຊາບການກະທຳຜິດຂອງຈີນ

Chia sẻ
(vovworld)- ​ໃນ​ຈົດໝາຍ​ສົ່ງ​ເຖິງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ລັດຖະສະພາ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເມື່ອ​ວັນ​ທີ 6/6....
    ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດສົ່ງຈົດໝາຍແຈ້ງໃຫ້ສາກົນຊາບການກະທຳຜິດຂອງຈີນ   - ảnh 1
ກຳປັ່ນຂອງຈີນໄດ້ສີດນ້ຳນາບຂູ່ກຳປັ່ນຂອງຫວຽດນາມ
(ພາບ: AFP)

(vovworld)- ​ໃນ​ຈົດໝາຍ​ສົ່ງ​ເຖິງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ລັດຖະສະພາ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເມື່ອ​ວັນ​ທີ 6/6, ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ແຈ້ງ​ໃຫ້​ຊາບ​ເລື່ອງ​ຈີນ​ດ້ວຍ​ກຳ​ລັງ​ຄຸ້ມ​ກັນ​ທີ່​ເຂັ້ມ​ແຂງ​ຊຶ່ງ​ປະກອບ​ດ້ວຍ​ກຳ​ປັ່ນ​ລັດຖະການ, ກຳ​ປັ່ນ​ຮົບ, ​ເຮືອບິນ​ທະຫານ ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ນັບ​ແຕ່​ວັນ​ທີ 1/5 ມາ​ຮອດ​ປະຈຸ​ບັນ. ຈົດໝາຍ​ໄດ້​ຢືນຢັນວ່າ : ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ​ປອດ​ໄພ, ສິດ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວ​ັນອອກ​ພວບຢືກນາບ​ຂູ​່ຢ່າງ​ຮ້າຍ​ແຮງ.

       ​​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສະ​ເໜີ​ບັນດາ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ສະມາຊິກ​ລັດຖະສະພາ​ປະ​ເທດ​ຕ່າງໆ ຄວນ​ຮ່ວມ​ເດີນທາງ​ພ້ອມ​ກັບສະພາ​ແຫ່ງ​ຊາດ​ຫວຽດນາມ, ກັບ​ປະຊາຊົນ​ຫວຽດນາມ, ຈົ່ງ​ມີ​ບັນດາ​ມາດ​ຕະການ​ໂດຍ​ຈຳ​ເປັນຢ່າງ​ທັນ​ການ, ກ່າວ​ປົກ​ປ້ອງຄວາມ​ເປັນ​ທຳ​ຂອງ​ຫວຽດນາມ, ປົກ​ປ້ອງບັນດາ​ຄຸນຄ່າ​ສັນຕິພາບ​ລວມຂອງ​ມວນ​ມະນຸດ, ​ເຄົາລົບ​ປົກ​ປ້ອງ​ກົດໝາຍ​ສາກົນ​ກ່ຽວ​ກັບ​ຫຼັກການ​ເຄົາລົບ​ອະທິປະ​ໄຕ​ແຫ່ງ​ຊາດ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຄວາມ​ໝັ້ນ​ຄົງປອດ​ໄພ​ບົນ​ທະ​ເລ, ຮຽກຮ້ອງ​ຈີນ​ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ຜິດພາດ, ຖອນຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ໃນ​ທັນ​ທີ່.