ຫວຽດນາມໄດ້ຮັບການຕີລາຄາວ່າແມ່ນຕະຫຼາດສົ່ງອອກຍຸດທະສາດຂອງສ.ເກົາຫຼີ

Chia sẻ
(vovworld) –​ ອົງ​ການ​ສົ່ງ​ເສີມ​​ດ້ານການ​ຄ້າ ແລະ ການ​ລົງ​ທຶນ​ສ.ເກົາ​ຫຼີ (KOTRA) ຢືນ​ຢັນ​ວ່າ ຈີນ, ອີ​ຣານ, ບ​ຣາ​ຊິນ ແລະ ຫວຽດ​ນາມ ແມ່ນ 4 ຕະ​ຫຼາດ​ຍຸດ​ທະ​ສາດ, ອາດ​ຈະ​ຊ່ວຍ​ຊຸກ​ຍູ້​ບັນ​ດາ​​ສິນ​ຄ້າ​ສົ່ງ​ອອກ​ຂອງ​ປະ​ເທດນີ້
ຫວຽດນາມໄດ້ຮັບການຕີລາຄາວ່າແມ່ນຕະຫຼາດສົ່ງອອກຍຸດທະສາດຂອງສ.ເກົາຫຼີ - ảnh 1
(ພາບ​ປະ​ກອບ)

(vovworld) –​ ອົງ​ການ​ສົ່ງ​ເສີມ​​ດ້ານການ​ຄ້າ ແລະ ການ​ລົງ​ທຶນ​ສ.ເກົາ​ຫຼີ (KOTRA) ຢືນ​ຢັນ​ວ່າ ຈີນ, ອີ​ຣານ, ບ​ຣາ​ຊິນ ແລະ ຫວຽດ​ນາມ ແມ່ນ 4 ຕະ​ຫຼາດ​ຍຸດ​ທະ​ສາດ, ອາດ​ຈະ​ຊ່ວຍ​ຊຸກ​ຍູ້​ບັນ​ດາ​​ສິນ​ຄ້າ​ສົ່ງ​ອອກ​ຂອງ​ປະ​ເທດນີ້, ພ້ອມ​ທັງ​ຈະ​ສຸມ​ໃສ່​ເຊື່ອມ​ຕໍ່​​ກັບບັນ​ດາ​ນັກ​ຜະ​ລິດ​ກັບ​ຜ​ູ້ບໍ​ລິ​ໂພກ ຢູ່​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ ໃນ​ເຄິ່ງ​ຕົ້ນ​ປີ 2016 ນີ້. KOTRA ໄດ້​ຕີ​ລາ​ຄາ​ສູງ 4 ຕະ​ຫຼາດ​ດັ່ງ​ກ່າວ ຍ້ອນ​ບັນ​ດາເຫດ​ຜົນ​ຄື: ​ຈີນ ແລະ ຫວຽດ​ນາມ ​ໄດ້ລົງ​ນາມ​ໃນສັນ​ຍາ​ການ​ຄ້າ​ເສ​ລີ (FTA) ຫວ່າງມໍ່ໆ​ມານີ້​, ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ອີ​ຣານ ໄດ້​ຍົກ​ເລີກ… ປີ 2015, ຫວຽດ​ນາມ ໄດ້​ກາຍ​ເປັນ​ຕະ​ຫຼ​າດ​ນຳ​ເຂົ້າ​ສິນ​ຄ້າ​ໃຫຍ່​ອັນ​ດ​ັບ 3 ຂອງ​ສ.ເກົາ​ຫຼີ.