ຫວຽດ​ນາມ​ແນະ​ນຳ​ຜະ​ລິດ​ຕະ​ພັນ​​ເຕັກ​ໂນ​ໂລ​ຢີ​ກະ​ສິ​ກຳ​ທີ່ INAGRITECH ອິນ​ໂດ​ເນ​ເຊຍ 2019

Chia sẻ
(VOVWORLD) - ໃນລະຫວ່າງວັນທີ 28 – 30 ສິງຫາ, ງານຕະຫຼາດນັດ ກະສິກຳ ແລະ ເຕັກໂນໂລຢີກະສິກຳສາກົນ (INAGRITECH 2019) ທີ່ດຳເນີນຢູ່ ຈາກາຕາ, ອິນໂດເນເຊຍ ໄດ້ດຶງດູດ ການເຂົ້າຮ່ວມຂອງ 500 ບໍລິສັດວາງສະແດງສິນຄ້າ ທີ່ມາຈາກ 18 ປະເທດພາຍໃນ ແລະ ນອກພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຫວຽດ​ນາມ​ແນະ​ນຳ​ຜະ​ລິດ​ຕະ​ພັນ​​ເຕັກ​ໂນ​ໂລ​ຢີ​ກະ​ສິ​ກຳ​ທີ່ INAGRITECH ອິນ​ໂດ​ເນ​ເຊຍ 2019 - ảnh 1ຮ້ານວາງສະແດງສິນຄ້າແຫ່ງຊາດ ຫວຽດນາມຢູ່ງານຕະຫຼາດນັດ ກະສິກຳ ແລະ ເຕັກໂນໂລຢີກະສິກຳສາກົນ (INAGRITECH 2019)  

ທີ່ງານຕະຫຼາດນັດປີນີ້, ຫ້ອງການການຄ້າ ຫວຽດນາມ ປະຈຳ ອິນໂດເນເຊຍໄດ້ຈັດຕັ້ງຮ້ານວາງສະແດງສິນຄ້າແຫ່ງຊາດ ຫວຽດນາມເພື່ອແນໃສ່ແນະນຳບັນດາຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ເຕັກໂນໂລຢີການກະສິກຳທີ່ພົ້ນເດັ່ນຂອງ ຫວຽດນາມໃຫ້ແກ່ປະຊາຊົນ, ປະຊາຄົມວິສາຫະກິດອິນໂດເນເຊຍ ແລະ ສາກົນ ກໍ່ຄືແຂກມາຢ້ຽມຊົມ. ເຂດຮ້ານຂອງຫວຽດນາມມີການເຂົ້າຮ່ວມຂອງວິສາຫະກິດ 15  ແຫ່ງເຊິ່ງໄດ້ຮັບຄວາມສົນໃຈຈາກປະຊາຄົມວິສາຫະກິດອິນໂດເນເຊຍ ກໍ່ຄືບັນດາຄູ່ຮ່ວມມື, ວິສາຫະກິດສາກົນເຂົ້າຮ່ວມງານຕະຫຼາດນັດ

ນີ້ແມ່ນບັນດາບໍລິສັດເຄື່ອນໄຫວໃນຂົງເຂດກົນຈັກ, ຜະລິດຕະພັນກະເສດຄື: ກຸ່ມບໍລິສັດ SUNHOUSE, ບໍລິສັດຫຸ້ນສ່ວນ ADPEX…ນອກຈາກນັ້ນ,ຍັງມີວິສາຫະກິດພາຍໃນປະເທດຫຼາຍແຫ່ງກໍ່ໄດ້ສົ່ງຜະລິດຕະພັນແບບຢ່າງ, ບັນດາສື່ສິ່ງພິມທາງສື່ສານເຂົ້າຮ່ວມງານຕະຫຼາດນັດ.

ຕອບກັບ