ຫວຽດນາມ-ເມກຊີໂກແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ

Chia sẻ
(vovworld) –ຝ່າຍ​ເມກ​ຊີ​ໂກ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ຄືບ​ໜ້າ​ຫຼາຍ​ຢ່າງ​ຂອງນະ​ໂຍບາຍ​ກ່ຽວ​ກັບ​ສາສະໜາ​ຂອງ ພັກ ​ແລະ ລັດ ຫວຽດນາມ
ຫວຽດນາມ-ເມກຊີໂກແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ - ảnh 1
ພາບປະກອບ

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 15 – 19/6, ຄະນະ​ປະຕິບັດ​ງານ​ກະຊວງ​ພາຍ​ໃນ ຫວຽດນາມ ​ໂດຍ​ທ່ານ ຟ້າ​ມຢູ້ງ, ​ຮອງ​ລັດຖະມົນຕີ, ຫົວໜ້າຄະນະ​ສະ​ສາ​ໜາລັດຖະບານ ນຳ​ໜ້າ ​ໄປ​ຢ້ຽມຢາມ ​ແລ​ະ ​ເຮັ​ດວຽກ​ຢູ່ ​ເມກ​ຊີ​ໂກ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ສາ​ສະໜາ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານລະຫວ່າງ ຫວຽດນາມ - ​ເມກ​ຊີ​ໂກ.

    ທີ່​ການ​ເຮັ​ດວຽກກັບ​ທ່ານ Eugenio Lara Rugarcía, ​ເລຂາ​ສະພາ​ສັງຄະລາດ ​​ເມກ​ຊີ​ໂກ ​ແລະ ທ່ານ​ນາງ Mercedes Del Varmen Guillén Vicente, ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຮັບຜິດຊອບບັນດາ​ບັນຫາ​ຊົນ​ເຜົ່າ, ອົບ​ປະ​ຍົບ ​ແລະ ສາສະໜາ ​ເມກ​ຊີ​ໂກ, ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມຢູ້ງ ​ແຈ້ງໂດຍ​ຫຍໍ້​ກັບ​ຝ່າຍ ​ເມກ​ຊີ​ໂກ​ກ່ຽວ​ກັບ​ສະພາບ​ການ​ສາສະໜາ​ຢູ່ ຫວຽດນາມ, ບັນດາ​ນະ​ໂຍບາຍ​ຂອງ​ລັດ ຫວຽດນາມ ທີ່​ມີ​ຕໍ່​ບັນດາ​ສາສະໜາ, ບັນດາ​ຈຸດ​ພິເສດ​ສະ​ເພາະ​ຂອງ​ສາສະໜາ​ປະ​ເພດ​ຕ່າງໆ​ຂອງ ຫວຽດນາມ. ພາຍຫຼັງ​ການ​ເຮັດ​ວຽກ, ຝ່າຍ​ເມກ​ຊີ​ໂກ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ຄືບ​ໜ້າ​ຫຼາຍ​ຢ່າງ​ຂອງນະ​ໂຍບາຍ​ກ່ຽວ​ກັບ​ສາສະໜາ​ຂອງ ພັກ ​ແລະ ລັດ ຫວຽດນາມ, ຖື​ນັ້ນ​ແມ່ນ​ບົດຮຽນທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ບັນດາ​ປະ​ເທດ​ຖື​ສາສະໜາ​ຄຼິດຄື​ ​ເມກ​ຊີ​ໂກ ​ແລະ ​ໃຫ້​ຄຳໝັ້ນ​ສັນຍາ​ຊຸກຍູ້​ການ​ແລກປ່ຽນ​ບົດຮຽນ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ສາສະໜາ​ຢູ່​​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເປີດ​ກ້ວາງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ​ເມກ​ຊີ​ໂກ.