ຫວຽດນາມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ປີ 2018 ຢູ່ ລັດເຊຍ

Chia sẻ
(VOVWORLD) -ວັນທີ 28 ກໍລະກົດ,ຢູ່ມົດສະກູ, ລັດເຊຍໄດ້ຈັດພິທີໄຂງານແຂ່ງຂັນການທະຫານສາກົນ ຄັ້ງທີ 4 ປີ 2018 ( Army Games 2018) ຂຶ້ນ, ໂດຍກະຊວງປ້ອງກັນປະເທດລັດເຊຍເປັນເຈົ້າພາບຈັດຕັ້ງ. ມີ 189 ກອງ ມາຈາກ 32 ປະເທດເຂົ້າຮ່ວມແຂ່ງຂັນ 28 ລາຍການ, ເຊິ່ງເລີ່ມແຕ່ວັນທີ 28 ກໍລະກົດ ຫາວັນທີ 11 ສິງຫາ.

ຫວຽດນາມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ປີ 2018 ຢູ່ ລັດເຊຍ - ảnh 1 ພິທີໄຂງານແຂ່ງຂັນການທະຫານ ສາກົນປີ 2018 ຢູ່ລັດເຊຍ

(ພາບ: Duong Tri/ TTXVN)

ຄະນະຜູ້ແທນຂັ້ນສູງກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽນດາມ ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນໍາໜ້າເຂົ້າຮ່ວມ. ນີ້ແມ່ນຄັ້ງທໍາອິດທີ່ກະຊວງປ້ອງກັນປະເທດຫວຽດນາມ ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງໄປເຂົ້າຮ່ວມ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນບັນດາການຢ້ຽມຢາມຫວຽດນາມ ແລະ ສະຫະພັນລັດເຊຍຂອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໃນເດືອນມັງກອນ ແລະເດືອນເມສາ ປີ 2018 ຜ່ານມາ.

ຕອບກັບ