ຫວຽດ​ນາມ​ຢຶດ​ໝັ້ນ​ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ່ງ​ໂດຍສັ​ນ​ຕິ​ວິ​ທີ

Chia sẻ
(VOVWORLD) - ວັນທີ 19 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງວາລະປຶກສາຫາລືເປີດກ່ຽວກັບ “ບົດບາດຂອງການໄກເກ່ຍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”, ໂດຍດຶງດູດໄດ້ຄວາມສົນໃຈອັນໃຫຍ່ຫຼວງ ດ້ວຍ ການປະກອບຄຳເຫັນ 62 ຄຳເຫັນຈາກບັນດາປະເທດສະມາຊິກ ສປຊ.
ຫວຽດ​ນາມ​ຢຶດ​ໝັ້ນ​ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ່ງ​ໂດຍສັ​ນ​ຕິ​ວິ​ທີ - ảnh 1 ທ່ານດັ້ງດິ່ງກຸຍເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ Antoni Guterres ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບຄວາມຈິງ ແລະ ຮັບປະກັນສຽງເວົ້າຂອງບັນດາສະມາຊິກລ້ວນແຕ່ໄດ້ຮັບຟັງ, ແມ່ນບັນດາປັດໄຈສຳຄັນໃນວິວັດທະນາການໄກເກ່ຍ. ໃນຂະນະນັ້ນ, ບັນດາປະເທດສະມາຊິກຖືວ່າ ໃນວິວັດທະນາການນີ້, ບັນດາຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ບໍ່ແຊກແຊງຕ້ອງໄດ້ຮັບປະກັນ, ບັນດາສາຍເຫດຕົ້ນຕໍພາເຖິງການປະທະກັນຕ້ອງໄດ້ຮັບການພິຈາລະນາຢ່າງຍຸດຕິທຳ

        ໂດຍຕາງໜ້າໃຫ້ຫວຽດນາມ, ທ່ານ ດັ້ງດິ່ງກຸຍ ຫົວໜ້າຄະນະຕາງໜ້າຫວຽດນາມປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນຫຼັກການທີ່ວ່າ ແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີ, ຖືວ່າ ໜຶ່ງໃນບັນດາສາຍເຫດທີ່ພາໃຫ້ເກີດການປະທະກັນ ຊ້ຳໄປຊ້ຳມາ ແລະ ແກ່ຍາວແມ່ນການໄກເກ່ຍ, ປ່ອງດອງຊາດຍັງບໍ່ມີປະສິດທິຜົນ ແລະ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັ້ກວ່າ ໃນວິທິທະນາການໄກເກ່ຍ, ປະເທດທີ່ມີສ່ວນກ່ຽວຂ້ອງເຖິງການປະທະກັນໂດຍກົງຕ້ອງແມ່ນປັດໄຈຕັດສິນຊີ້ຂາດ.

ຟ້າມຮວນ - ນັກຂ່າວ vov ປະຈຳອາເມລິກາ

ຕອບກັບ