ທ່ານໂງຊວັນລິກລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນພິທີມອບຮັບ ຕຳແໜ່ງປະທານ ADMM, ADMM+ |
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ບໍ່ພຽງແຕ່ ຫວຽດນາມເທົ່ານັ້ນ ຫາບັນດາປະເທດສະມາຊິກ ADMM+ ທັງໝົດກໍ່ຈະຕັ້ງໜ້າສະໜັບສະໜູນ ບຣູໄນໃນຖາຕະຕຳແໜ່ງເປັນປະທານອາຊຽນ 2021.
ກ່ອນໜ້ານັ້ນ, ກອງປະຊຸມ ADMM+ ຄັ້ງທີ 7 ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງ ADMM+ ເຊິ່ງລວມມີ 7 ຂໍ້, ໃນນັ້ນລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ຢັ້ງຢືນຄືນຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ກໍ່ຄືຄວາມຈຳເປັນຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມເຊື່ອໝັ້ນຕໍ່ກັນ, ຫຼີກລ້ຽງການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ປະຕິບັດຕາມມາດຕະການແກ້ໄຂການປະທະກັນໂດຍສັນຕິວິທີ, ຖະແຫຼງການກໍ່ຮັບຮູ້ຄວາມສຳຄັນຂອງເລື່ອງ ADMM+ຕ້ອງຜັນຂະຫຍາຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແທດຈິງ ແລະ ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງກອງປະຊຸມ ADMM + ຄັ້ງທີ 8 ຢູ່ບຣູໄນໃນປີ 2021.