ຫວຽດນາມຕາງຫນ້າ ອາຊຽນ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ

Chia sẻ
(VOVWORLD) -ຄວາມວິຕົກກັງວົນກ່ຽວກັບສະພາບການເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ ແມ່ນການລາຍງານຂອງຫວຽດນາມ ຢູ່ ວາລະປະຊຸມເປີດຂອງ ສປຊ ກ່ຽວກັບເດັກນ້ອຍ ແລະ ການປະທະກັນດ້ວຍການປະກອບອາວຸດ ໃນວັນທີ 2 ສິງຫາ ຢູ່ ນິວຢອກ. 

ຫວຽດນາມຕາງຫນ້າ ອາຊຽນ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ - ảnh 1ເດັກຢູ່ ຄ້າຍຊົ່ວຄາວ Ankara, ປະເທດ ຕວກກີ

ພາບ:vietnam+

. ເມື່ອຕາງຫນ້າໃຫ້ຫວຽດນາມ ກ່າວຄຳເຫັນ ທີ່ ສປຊ, ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນຫນັກວ່າ: ເຖິງ ວ່າ ອາຊຽນ ຮັບຮູ້ຄວາມຄືບຫນ້າ ແຕ່ສະພາບການເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ ເບິ່ງລວມແລ້ວ ຍັງແມ່ນບັນຫາເປັນຫນ້າວິຕົກກັງວົນ. ທ່ານ ດັ້ງດີງກູຍ ຢຶນຢັນວ່າ: ອາຊຽນ ຍາມໃດກໍ່ມີຄວາມເອົາໃຈໃສ່, ຖືເປັນສຳຄັນການຊຸກຍູ້ຄວາມມາພະຍາຍາມຮັບປະກັນສິດຂອງເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ ຢູ່ທັງລະດັບຊາດ ແລະ ພາກພື້ນ ຜ່ານບັນດາການເຄື່ອນໄຫວຄື: ການເຈລະຈາ ອາຊຽນ ກ່ຽວກັບສົນທິສັນຍາກ່ຽວກັບສິດຂອງເດັກນ້ອຍ, ການເຈລະຈາປະຈຳປີ ລະຫວ່າງ ຄະນະກຳມະການ ອາຊຽນ ກ່ຽວກັບການຊຸກຍູ້ ແລະຮັບປະກັນສິດແມ່ຍິງ, ເດັກຍິງ ກັບ ຜູ້ຕາງຫນ້າພິເສດຂອງ ເລຂາທິການໃຫຍ່ ສປຊ ກ່ຽວກັບ ການໃຊ້ຄວາມຮຸນແຮງຕໍ່ເດັກ.

ຕອບກັບ