ຫວຽດນາມ ແລະ ຕວກກີ ສູ້ຊົນບັນລຸວົງເງິນການສົ່ງອອກ 4 ຕື້ USD ໃນປີ 2020

Chia sẻ
(VOVWORLD) - ວັນທີ 13 ກໍລະກົດ, ຢູ່ ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມຄົບຄະນະຂອງຄະນະກຳມະການປະສົມ ຫວຽດນາມ ແລະ ຕວກກີ ພາຍໃຕ້ການເປັນປະທານຂອງທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ທ່ານ Mehmet Muezzinoglu, ລັດຖະມົນຕີກະຊວງແຮງງານ ແລະ ການໜູນຊ່ວຍຊີວິດສັງຄົມ ຕວກກີ. 

ຫວຽດນາມ ແລະ ຕວກກີ ສູ້ຊົນບັນລຸວົງເງິນການສົ່ງອອກ 4 ຕື້ USD ໃນປີ 2020 - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ໋ວນແອງ

(ພາບ: VOV) 

ຕາມທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ໋ວນແອງ ແລ້ວ, ປະຈຸບັນ, ວົງເງິນການຄ້າ 2 ສົ້ນ ລະຫວ່າງ ຫວຽດນາມ ແລະ ຕວກກີ ບັນລຸປະມານ 1,5 ຕື້ USD/ປີ ແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງແຕ່ລະປະເທດ. ສອງຝ່າຍເຫັນດີເປັນເອກະສັນບັນລຸຄາດໝາຍສູ້ຊົນຍົກວົງເງິນການຄ້າ 2 ສົ້ນຂຶ້ນ 4 ຕື້ USD ໃນປີ 2020. ກ່ຽວກັບອຸດສາຫະກຳ, ສອງຝ່າຍເປັນເອກະພາບເປີດກ້ວາງການຮ່ວມມືເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ກ່ຽວກັບການລົງທຶນ, ສອງຝ່າຍເຫັນດີເຊັນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດຄຸ້ມຄອງບັນດາເຂດເສດຖະກິດ, ເຂດອຸດສາຫະກຳ ແລະ ເຂດຜະລິດສົ່ງອອກລະຫວ່າງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ກະຊວງເສດຖະກິດຕວກກີ ເພື່ອສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດລົງທຶນລະຫວ່າງ 2 ປະເທດ. ສຳລັບຂົງເຂດພາສີ, ສອງຝ່າຍກໍ່ເຫັນດີເນື້ອໃນບົດບັນທຶກຊ່ວຍຈຳໃນຂົງເຂດພາສີລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການຄ້າ ແລະ ພາສີ ຕວກກີ ເພື່ອລົງນາມໃນໄວໆນີ້… ເມື່ອສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈີ່ນຕ໋ວນແອງ, ປະທານຄະນະກຳມະການ ຫວຽດນາມ ແລະ ທ່ານ Mehmet Muezzinoglu, ລັດຖະມົນຕີກະຊວງແຮງງານ ແລະ ໜູນຊ່ວຍສັງຄົມຕວກກີ, ປະທານຄະນະກຳມະການ ຕວກກີ, ໄດ້ລົງນາມໃນບົດບັນທຶກ ກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບເສດຖະກິດ ແລະ ການຄ້າ ຫວຽດນາມ - ຕວກກີ.

ຕອບກັບ