ຫວຽດນາມ ເຂົ້າຮ່ວມວັນບຸນ ວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ

Chia sẻ
(VOVWORLD) -“ວັນບຸນວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ” ມີການເຂົ້າຮ່ວມຂອງຜູ້ແທນຈາກ ສະຖານທູດຂອງ 20 ປະເທດສະມາຊິກ ທີ່ປະຈໍາ ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ

        ວັນທີ 27 ມີນາ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໄດ້ຈັດຕັ້ງ “ວັນບຸນວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ” ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກ ສະຖານທູດຂອງ 20 ປະເທດສະມາຊິກ ທີ່ປະຈໍາ ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ.

ຫວຽດນາມ ເຂົ້າຮ່ວມວັນບຸນ ວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ - ảnh 1 ຮ້ານວາງສະແດງຂອງຫວຽດນາມ ທີ່ວັນບຸນວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ (ພາບ: TTXVN)

        ຕາງໜ້າໃຫ້ຄະນະຜູ້ແທນຫວຽດນາມເຂົ້າຮ່ວມວັນບຸນ, ທ່ານ ຫງວຽນໂດ໊ເງິນຢາງ ເລຂາຜູ້ທີ 3 ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ແບ່ງປັນວ່າ ເຂົ້າຮ່ວມເຫດການປະຈໍາປີນີ້, ສະຖານທູດຫວຽດນາມໄດ້ນໍາເອົາບັນດາເອກະສານກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມມາໂຄສະນາ, ພ້ອມທັງແນະນໍາກ່ຽວກັບເຍື່ອງອາຫານທີ່ເປັນມູນເຊື້ອຈໍານວນໜຶ່ງ ກໍຄືສະແດງບັນດາລາຍການສິລະປະວັນນະຄະດີ... ເພື່ອເພີ່ມທະວີການເຊື່ອມຕໍ່, ການພົບປະແລກປ່ຽນລະຫວ່າງບັນດາປະເທດ ASEM ໃຫ້ນັບມື້ນັບຄວາມສະໜິດຕິດພັນ ແລະ ສາມັກຄີກັນກວ່າ.


ຕອບກັບ