ຫວຽດນາມ ເຂົ້າຮ່ວມການແຂ່ງຂັນກູ້ໄພກູ້ຊີບຢູ່ ມາເລເຊຍ

Chia sẻ
(VOVWORLD) - ວັນທີ 18 ກໍລະກົດ, ທີ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ໄດ້ດຳເນີນການແຂ່ງຂັນທົດສອບການກູ້ໄພກູ້ຊີບສາກົນ ມາເລເຊຍ 2019 ດ້ວຍການເຂົ້າຮ່ວມຂອງ 8 ທິມທີ່ມາຈາກ 7 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີ ຫວຽດນາມ. 
ຫວຽດນາມ ເຂົ້າຮ່ວມການແຂ່ງຂັນກູ້ໄພກູ້ຊີບຢູ່ ມາເລເຊຍ - ảnh 1  ທິມ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນກູ້ໄພກູ້ຊີບຢູ່ ມາເລເຊຍ (ພາບ: TTXVN)

ການແຂ່ງຂັນແມ່ນເພື່ອແນໃສ່ແບ່ງປັນບົດຮຽນລະຫວ່າງບັນດາປະເທດກ່ຽວກັບໃນວຽກງານກູ້ໄພກູ້ຊີບ, ພ້ອມທັງສ້າງກາລະໂອກາດເພື່ອໃຫ້ບັນດາພະນັກງານກູ້ໄພກູ້ຊີບໄດ້ຖອດຖອນບົດຮຽນ, ຍົກສູງລະດັບວິຊາສະເພາະ.

        ທິມ ຫວຽດນາມ ມີສະມາຊິກ 5 ຄົນ ໂດຍທ່ານ ດ່າວຢຸຍເທືອງ, ຮອງຫົວໜ້າພະແນກວຽກງານດັບເພີງ, ກົມຕຳຫລວດປ້ອງກັນຕ້ານອັກຄີໄພ ແລະ ກູ້ໄພກູ້ຊີບ, ກະຊວງຕຳຫລວດ ຫວຽດນາມ ເປັນຫົວໜ້າທິມ. ທ່ານ ດ່າວຢຸຍເທືອງ ໃຫ້ຮູ້ວ່າ: ຜ່ານການເຂົ້າຮ່ວມແຂ່ງຂັນ, ບັນດາສະມາຊິກໃນທິມສາມາດຖອດຖອນໄດ້ບັນດາບົດຮຽນອັນລ້ຳຄ່າ ແລະ ສິ່ງນີ້ ຈະເປັນປະໂຫຍດໃຫ້ແກ່ວຽກງານວິຊາສະເພາະຂອງແຕ່ລະຄົນໃນໄລຍະຈະມາເຖິງ.

ຕອບກັບ