ຫວຽດນາມ - ອາເມລິກາ ຮ່ວມມືພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ

Chia sẻ
(VOVWORLD) - ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງກຸ່ມບໍລິສັດ NVIDIA ໄດ້ລົງຢ້ຽມຢາມ ສູນນະວັດຕະກຳແຫ່ງຊາດ ຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ (NIC ຮ່ວາລາກ).
ຫວຽດນາມ - ອາເມລິກາ ຮ່ວມມືພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ - ảnh 1ການເຮັດວຽກໃນວັນທີ 22 ເມສາ
(ພາບ:Trần Trung/ baoquocte.vn)

ວັນທີ 22 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ມີການເຮັດວຽກກັບທ່ານ Keith Strier, ຮອງປະທານກຸ່ມບໍລິສັດ NVIDIA (ອາເມລິກາ). ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຈີ໋ຢຸ້ງ ໄດ້ແບ່ງປັນບັນດາຂໍ້ມູນກ່ຽວກັບຍຸດທະສາດການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI) ຢູ່ ຫວຽດນາມ; ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ກ່ຽວກັບກົນໄກນະໂຍບາຍບຸລິມະສິດ, ການໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການເຕັກໂນໂລຊີສູງ, ເຄິ່ງຊັກນຳໄຟຟ້າ ແລະ AI ເຂົ້າ ຫວຽດນາມ.

        ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງກຸ່ມບໍລິສັດ NVIDIA ໄດ້ລົງຢ້ຽມຢາມ ສູນນະວັດຕະກຳແຫ່ງຊາດ ຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ (NIC ຮ່ວາລາກ).

        ກ່ອນນັ້ນ, ໃນເດືອນທັນວາ 2023, ທ່ານ Jesen Huang, ປະທານ ກຸ່ມບໍລິສັດ NVIDIA ກໍ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານ Jesen Huang ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຂອງ ຫວຽດນາມ ໃນຂົງເຂດອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ AI, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ ໃນຂົງເຂດນີ້.

ຕອບກັບ