ຫວຽດ​ນາມ - ລາວສົມ​ທົບ​ກັນ ສ້າງ​ເອ​ກະ​ສານ​ການ​ພົວ​ພັນລະ​ຫວ່າງ ​ສະ​ພາ​ແຫ່ງ​ຊາດ ສອງ​ປະ​ເທດ

Chia sẻ
(VOVWORLD) - ທ່ານເລຂານຸການໃຫຍ່ ສະພາແຫ່ງຊາດ ບຸຍວັນເກືອງ ໃຫ້ຮູ້ວ່າ ຫ້ອງວ່າການສະພາແຫ່ງຊາດ ໄດ້ສົມທົບກັບບັນດານັກຊ່ຽວຊານແຖວໜ້າ ໃນຂົງເຂດວິທະຍາສາດປະຫວັດສາດ ຮຽບຮຽງ ແລະ ພິມຈຳໜ່າຍຊຸດປຶ້ມປະຫວັດສາດສະພາແຫ່ງຊາດ ຫວຽດນາມ.
ຫວຽດ​ນາມ - ລາວສົມ​ທົບ​ກັນ ສ້າງ​ເອ​ກະ​ສານ​ການ​ພົວ​ພັນລະ​ຫວ່າງ ​ສະ​ພາ​ແຫ່ງ​ຊາດ ສອງ​ປະ​ເທດ - ảnh 1ທ່ານບຸຍວັນເກືອງ ເລຂານຸການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ລາວ (ພາບ: daibieunhandan.vn)

ຕອນເຊົ້າວັນທີ 4 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂານຸການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກືອງ ໄດ້ເຮັດວຽກກັບທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ລາວ ແລະ ຄະນະປະຕິບັດງານ ກ່ຽວກັບວຽກງານສ້າງເອກະສານປະຫວັດສາດສະພາແຫ່ງຊາດ, ສັງລວມເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ.

ທີ່ການເຮັດວຽກ, ທ່ານເລຂານຸການໃຫຍ່ ສະພາແຫ່ງຊາດ ບຸຍວັນເກືອງ ໃຫ້ຮູ້ວ່າ ຫ້ອງວ່າການສະພາແຫ່ງຊາດ ໄດ້ສົມທົບກັບບັນດານັກຊ່ຽວຊານແຖວໜ້າ ໃນຂົງເຂດວິທະຍາສາດປະຫວັດສາດ ຮຽບຮຽງ ແລະ ພິມຈຳໜ່າຍຊຸດປຶ້ມປະຫວັດສາດສະພາແຫ່ງຊາດ ຫວຽດນາມ, ລວມມີ 4 ເຫຼັ້ມ (ໄລຍະ 1946 – 2011 ແລະ ປັດຈຸບັນ ພວມສືບຕໍ່ຄົ້ນຄ້ວາຮຽບຮຽງ ໄລຍະ 2011 - 2026) ສ່ອງແສງວິວັດທະນາການກໍ່ສ້າງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ຜ່ານໄລຍະທາງແຫ່ງການພັດທະນາຂອງປະຕິວັດ ຫວຽດນາມ.

ຕີລາຄາສູງບັນດາຄຳເຫັນແບ່ງປັນ, ແລກປ່ຽນບົດຮຽນປະສົບການຂອງ ທ່ານ ບຸຍວັນເກືອງ ເລຂານຸການໃຫຍ່ ສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ລາວ ປາດຖະໜາຢາກ ໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ມີບັນດາການແບ່ງປັນ, ປະກອບຄຳເຫັນເຂົ້າວິວັດການປະຕິບັດສຳເລັດ, ສະເໜີຄົ້ນຄ້ວາພິມຈຳໜ່າຍປຶ້ມກ່ຽວກັບປະຫວັດສາດການພົວພັນທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດ ສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ