ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ກວ່າ 913 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ

Chia sẻ
(VOVWORLD) -ໄລ່ຮອດຕອນບ່າຍວັນທີ 06 ກໍລະກົດ,  ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ໄດ້ທັງໝົດ 234.282.400 ໂດສ.

ຕາມແຫຼ່ງຂ່າວໂລກລະບາດໂຄວິດ-19 ໃນວັນທີ 06 ກໍລະກົດ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ 913 ຄົນ ໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໄລ່ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 10.751.227 ຄົນ.

ໃນວັນດຽວກັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີ 7.626 ຄົນ ແລະ ຜູ້ໄດ້ຮັບການປິ່ນປົວຫາຍດີລວມທັງໝົດແມ່ນ 9.732.548 ຄົນ, ບໍ່ມີຜູ້ເສຍຊີວິດໃນຮອບເວລາ 24 ຊົ່ວໂມງຜ່ານມາ.

ໄລ່ຮອດຕອນບ່າຍວັນທີ 06 ກໍລະກົດ,  ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ໄດ້ທັງໝົດ 234.282.400 ໂດສ.

ຕອບກັບ