ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່​ຕື່ມ​ອີກ 685 ຄົນ, ໃນ​ນັ້ນ​ມີ​ຜູ້​ເສຍ​ຊີ​ວິດ 1 ຄົນ

Chia sẻ
(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.749.342 ຄົນ, ແລະ ມີ 9.715.163 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່​ຕື່ມ​ອີກ 685 ຄົນ, ໃນ​ນັ້ນ​ມີ​ຜູ້​ເສຍ​ຊີ​ວິດ 1 ຄົນ - ảnh 1ພາບປະກອບ: TTXVN

ວັນທີ 4 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 16 ໂມງຂອງວັນທີ 3 ກໍລະກົດ ຫາເວລາ 16 ໂມງຂອງວັນທີ 4 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອະໂຄວິດ - 19ໃໝ່ຕື່ມອີກ 685 ຄົນ, ໃນນັ້ນມີຜູ້ໜຶ່ງເສຍຊີວິດຢູ່ດົ່ງນາຍ ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 6.179 ຄົນ. ມາຮອດປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.749.342 ຄົນ, ແລະ ມີ 9.715.163 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ