ຫ​ວຽດ​ນາມ ພ້ອມ​ກັບ EU ສ້າງ​ຮູບ​ແບບ​ຮ່ວມ​ມື​ທີ່​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ຫັນ​ເປັນ​ສີ​ຂຽວ

Chia sẻ
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນປາດຖະໜາຢາກ EU ໜູນຊ່ວຍບັນດາປະເທດ ພວມພັດທະນາ, ໃນນັ້ນ ມີ ຫວຽດນາມ, ຮັດແຄບໄລຍະຫ່າງດ້ານການເມືອງ, ເຕັກໂນໂລຢີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ຫ​ວຽດ​ນາມ ພ້ອມ​ກັບ EU ສ້າງ​ຮູບ​ແບບ​ຮ່ວມ​ມື​ທີ່​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ຫັນ​ເປັນ​ສີ​ຂຽວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: ກະຊວງການຕ່າງປະເທດ)

ວັນທີ 2 ກຸມພາ, ຢູ່ນະຄອນຫຼວງ Brussels (ແບນຊິກ), ໄດ້ດຳເນີນເວທີປາໄສຂັ້ນລັດຖະມົນຕີມະຫາສະໝຸດອິນເດຍ - ປາຊີຟິກ ຄັ້ງທີ 3 (IPMF-3). ເວທີປາໄສປີ 2024 ໂດຍໂລກມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ທີ່ມາຈາກກ່ວາ 70 ປະເທດ, ໃນນັ້ນມີ 27 ປະເທດສະມາຊິກ ສະຫະພາບ ເອີລົບ (EU) ແລະ ບັນດາປະເທດຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ກ່າວຄຳເຫັນໄຂວາລະປຶກສາຫາລືດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຢັ້ງຢືນຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນສີຂຽວຢ່າງແຮງ ຂອງ ຫວຽດນາມ, ນັບແຕ່ກອງປະຊຸມ COP 26 ປີ 2021 ຕະຫຼອດຮອດເລື່ອງກາຍເປັນ 1 ໃນຈຳນວນ 3 ປະເທດທຳອິດສ້າງຕັ້ງການພົວພັນຄູ່ຮ່ວມມື ຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ (JETP). ທ່ານລັດຖະມົນຕີໄດ້ຢັ້ງຢືນວ່າ ຫວຽດນາມ ພ້ອມກັບ EU ສ້າງຮູບແບບຮ່ວມມືເປັນແບບຢ່າງກ່ຽວກັບການຫັນປ່ຽນສີຂຽວ; ທ່ານປາດຖະໜາຢາກ EU ໜູນຊ່ວຍບັນດາປະເທດ ພວມພັດທະນາ, ໃນນັ້ນ ມີ ຫວຽດນາມ, ຮັດແຄບໄລຍະຫ່າງດ້ານການເມືອງ, ເຕັກໂນໂລຢີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ທ່ານເນັ້ນໜັກເຖິງການຜັນຂະຫຍາຍປະສິດທິຜົນ JETP ຈະແມ່ນສິ່ງພິສູດໃຫ້ແກ່ຮູບແບບຮ່ວມມືນີ້.

ຕອບກັບ