ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ກອງປະຊຸມ
|
ຫວ່າງແລ້ວນີ້, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ຈັດການປຶກສາຫາລືກ່ຽວກັບບັນຫາ ປາແລດສະຕິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກວັງວົນ ຕໍ່ບັນດາການບຸກໂຈມຕີແນໃສ່ສາມັນຊົນ, ພະນັກງານມະນຸດສະທຳ, ພື້ນຖານໂຄງລ່າງ ແລະ ການບໍລິການ ພົນລະເຮືອນທີ່ຈຳເປັນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຸດຍິງໃນທັນທີ, ລະງັບໃຈຢ່າງສູງສຸດ, ເຄົາລົບກົດໝາຍມະນຸດສະທຳສາກົນ ແລະ ນຳໃຊ້ບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງຊີວິດອີນຊີຂອງປະຊາຊົນ, ໃນນັ້ນມີການຮັບປະກັນຄວາມປອດໄພ ແລະ ປ່ອຍຕົວບັນດາຕົວປະກັນ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຈະປະກອບຈຳນວນເງິນ 500.000 ໂດລາສະຫະລັດ ໃຫ້ແກ່ອົງການ ສປຊ ກ່ຽວກັບການໜູນຊ່ວຍມະນຸດສະທຳໃຫ້ບັນດາຄົນລີ້ໄພ ປາແລດສະຕິນຢູ່ ເຂດ UNRWA ເພື່ອສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອົງການນີ້ ແລະ ສະແດງນ້ຳໃຈສາມັກຄີກັບປະຊາຊົນ ປາແລດສະຕິນ.