ຫວຽດນາມ ບັນລຸໄດ້ບາດກ້າວທີ່ຍາວໄກໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ

Chia sẻ
(VOVWORLD) - ໃນຕະຫຼອດ 10 ປີຜ່ານມາ, ຫວຽດນາມ ບັນລຸໄດ້ບາດກ້າວທີ່ຍາວໄກໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ຈາກນາຍທະຫານ 2 ຄົນທຳອິດ ທີ່ຈັດສັນໄປ ຊູດັງໃຕ້ໃນປີ 2014, ມາຮອດປະຈຸບັນ, ກອງທັບປະຊາຊົນ ຫວຽດນາມ ໄດ້ສົ່ງທະຫານ, ນາຍທະຫານກ່ວາ 800 ຄົນ ຕາມຮູບແບບສ່ວນຕົວ ແລະ ກົມກອງຢູ່ບັນດາຄະນະປະຕິບັດງານຢູ່ ຊູດັງໃຕ້
ຫວຽດນາມ ບັນລຸໄດ້ບາດກ້າວທີ່ຍາວໄກໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ - ảnh 1(ພາບປະກອບqdnd.vn)

ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 10 ປີແຫ່ງວັນມູນເຊື້ອ (27/5/2014 – 27/5/2024) ແລະ ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 3. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ; ພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

        ໃນຕະຫຼອດ 10 ປີຜ່ານມາ, ຫວຽດນາມ ບັນລຸໄດ້ບາດກ້າວທີ່ຍາວໄກໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ຈາກນາຍທະຫານ 2 ຄົນທຳອິດ ທີ່ຈັດສັນໄປ ຊູດັງໃຕ້ໃນປີ 2014, ມາຮອດປະຈຸບັນ, ກອງທັບປະຊາຊົນ ຫວຽດນາມ ໄດ້ສົ່ງທະຫານ, ນາຍທະຫານກ່ວາ 800 ຄົນ ຕາມຮູບແບບສ່ວນຕົວ ແລະ ກົມກອງຢູ່ບັນດາຄະນະປະຕິບັດງານຢູ່ ຊູດັງໃຕ້, ສ ອາບຟຣີກາກາງ, ເຂດ Abyei  ແລະ ສຳນັກງານ ສປຊ. ບັນດາໂຮງໝໍກາງສະໜາມຮົບລະດັບ 2 ຂອງ ຫວຽດນາມ ຢູ່ ຊູດັງໃຕ້ ໄດ້ກາຍເປັນສະຖານທີ່ເບິ່ງແຍງດູແລສຸຂະພາບທີ່ມີອິດທິພົນຊື່ສຽງ, ມີບັນດາແພດໝໍມີວິຊາສະເພາະສູງ, ສຸດຈິດສຸດໃຈເພື່ອຄົນເຈັບ, ສ້າງບັນດາຂີດໝາຍພິເສດຢູ່ບໍລິເວນ. ກ່ອນນີ້ 2 ປີ, ໃນປີ 2022, ເປັນຄັ້ງທຳອິດໄດ້ສົ່ງທະຫານຊ່າງແສງໄປຍັງເຂດ Abyei - ເຊິ່ງເປັນສະຖານທີ່ໃໝ່, ສ້າງບາດລ້ຽວບຸກທະລຸຂອງ ຫວຽດນາມ ໃນການເຂົ້າຮ່ວມພາລະກິດຮັກສາສັນຕິພາບຢູ່ ສປຊ. ໃນການກວດກາຕີລາຄາກຳລັງຄວາມສາມາດຂອງຄະນະປະຕິບັດງານຄັ້ງຕ່າງໆ, ບັນດາກົມກອງ ຫວຽດນາມ ລ້ວນແຕ່ຕອບສະໜອງບັນດາມາດຖານຂອງ ສປຊ, ພິເສດມີບາງມາດຖານໄດ້ຕີລາຄາດີເລີດ.

ຕອບກັບ