(ພາບປະກອບ) |
ປີ 2020, ຫວຽດນາມ ກໍ່ເລີ່ມຕົ້ນຮັບດຳລົງບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ດັ່ງນັ້ນ, ຫວຽດນາມ ກຳນົດຄວາມຮັບຜິດຊອບບົດບາດເປັນປະທານ ອາຊຽນ 2020 ແມ່ນຄວາມຮັບຜິດຊອບສຳຄັນຍິ່ງ, ພ້ອມກັບກາລະໂອກາດແມ່ນສິ່ງທ້າທາຍ.
“ຫວຽດນາມ ຈະຕັດສິນໃຈ ແລະ ໃຫ້ບຸລິມະສິດຢ່າງສູງສຸດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ນັບມື້ນັບເຊື່ອມຈອດຢ່າງແໜ້ນແຟ້ນ ແລະ ໝັ້ນຄົງເຂັ້ມແຂງ ບົນພື້ນຖານສືບທອດບັນດາໝາກຜົນທີ່ບັນລຸໄດ້ຂອງບັນດາປະທານ ອາຊຽນ ໃນຊຸມປີກ່ອນ, ເສີມຂະຫຍາຍບັນດາບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືບັນດາບົດຮຽນໃນການຈັດຕັ້ງບັນດາກອງປະຊຸມໃຫຍ່ກ່ອນນີ້.”
ດ້ວຍຫົວເລື່ອງວ່າ “ເຊື່ອມຈອດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະ”, ປີ ອາຊຽນ 2020 ຈະດຳເນີນໃນຕະຫລອດປີ ດ້ວຍການເຄື່ອນໄຫວໃຫຍ່ໜ້ອຍປະມານ 300 ການເຄື່ອນໄຫວ, ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ 2 ກອງປະຊຸມສຸດຍອດຖືກຈັດຂຶ້ນໃນເດືອນ ກຸມພາ ແລະ ເດືອນ ພະຈິກ ປີ 2020.