UNESCO ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຮ່າ​ໂນ້ຍ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ

Chia sẻ
(VOVWORLD) - ບັນດາການນຳ UNESCO ກໍ່ຄືບັນດານັກຊ່ຽວຊານ ກ່ຽວກັບມໍລະດົກໄດ້ມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມສຳຄັນຂອງ ພະລາຊະວັງ ທັງລອງ ສຳລັບຮ່າໂນ້ຍ ກໍ່ຄືຫວຽດນາມ.
UNESCO ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຮ່າ​ໂນ້ຍ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: ກວຽນເຢືອງ)

ຕອນບ່າຍວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານນາງ Simona-Mirela Miculescu ປະທານສະມັດຊາໃຫຍ່ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງເຂດປູຊະນີຍະສະຖານ ຈ່າງອານ ໂດຍ UNESCO ໄດ້ຮັບຮູ້ແມ່ນ ມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ ຢູ່ນິງບິງ.

ທີ່ການຕ້ອນຮັບ, ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນ ໄດ້ເນັ້ນໜັກເຖິງບັນດາໝາກຜົນໃນການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ UNESCO ໃນໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາ, ເຜີຍແຜ່ ແລະ ພັດທະນາບັນດາຄຸນຄ່າມໍລະດົກ, ວັດທະນະທຳ, ບັນດາຮູບພາບທີ່ພົ້ນເດັ່ນກ່ຽວກັບນະຄອນຮ່າໂນ້ຍ, ປະເທດຊາດ ແລະ ຊາວ ຫວຽດນາມ. ທ່ານ ດິງຕຽນຢຸງ ໃຫ້ຮູ້ວ່າ ໃນຈຳນວນມໍລະດົກ ໂດຍ UNESCO ຮັບຮູ້ນັ້ນ, ເຂດພະລາຊະສັງ ທັງລອງ ແມ່ນ ມີຄວາມໝາຍພິເສດ. ປັດຈຸບັນ, ທາງນະຄອນພວມຜັນຂະຫຍາຍວຽກງານສ້າງເອກະສານ “ບົດລາຍງານສະພາບຕົວຈິງໃນການອະນຸລັກຮັກສາ ເຂດ ພະລາຊະວັງ - ຮ່າໂນ້ຍ” ແລະ ໄດ້ສົ່ງໄປຍັງ UNESCO ເມື່ອເດືອນ ມັງກອນປີ 2024.

ສ່ວນທ່ານນາງ  Simona-Mirela Miculescu ໃຫ້ຮູ້ວ່າ ບັນດາການນຳ UNESCO ກໍ່ຄືບັນດານັກຊ່ຽວຊານ ກ່ຽວກັບມໍລະດົກໄດ້ມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມສຳຄັນຂອງ ພະລາຊະວັງ ທັງລອງ ສຳລັບຮ່າໂນ້ຍ ກໍ່ຄືຫວຽດນາມ, ທ່ານນາງກໍ່ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມ ເຊິ່ງນະຄອນ ຮ່າໂນ້ຍ ແລະ ຫວຽດນາມ ປະຕິບັດໄດ້ໃນຊຸມປີຜ່ານມາຢູ່ເຂດມໍລະດົກນີ້.

ຕອບກັບ