ອາ​ເມ​ລິ​ກາ ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຕໍ່ ​ອີ​ຣານ

Chia sẻ
(VOVWORLD) - ຕາມແຈ້ງການໃນເວັບໄຊທາງການຂອງ ກະຊວງການເງິນອາເມລິກາ ແລ້ວ, ບັນຊີລາຍຊື່ລົງໂທດ ລວມມີ 15 ອົງການ, 8 ສ່ວນບຸກຄົນ ແລະ ກຳປັ່ນ 5 ລຳ.
ອາ​ເມ​ລິ​ກາ ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຕໍ່ ​ອີ​ຣານ - ảnh 1ພາບປະກອບ: IRNA/TTXVN

ວັນທີ 25 ເມສາ, ອາເມລິກາ ປະກາດບັນດາມາດຕະການລົງໂທດໃໝ່ ຕໍ່ສ່ວນບຸກຄົນ ແລະ ອົງການເຊິ່ງ ວໍຊິງຕັນ ຖືວ່າ ໄດ້ເຂົ້າຮ່ວມໜູນຊ່ວຍ ແລະ ໜູນຫຼັງການເງິນໃຫ້ແກ່ບັນດາການເຄື່ອນໄຫວຂາຍວັດຖຸບິນບໍ່ມີຄົນຂັບໃຫ້ແກ່ກອງທັບ ອີຮານ.

ຕາມແຈ້ງການໃນເວັບໄຊທາງການຂອງ ກະຊວງການເງິນອາເມລິກາ ແລ້ວ, ບັນຊີລາຍຊື່ລົງໂທດ ລວມມີ 15 ອົງການ, 8 ສ່ວນບຸກຄົນ ແລະ ກຳປັ່ນ 5 ລຳ. ບໍລິສັດການບິນ Pouya Air ຂອງອີຣານ ແລະ ບໍລິສັດ Sahara Thunder ມີສຳນັກງານຕັ້ງຢູ່ ເຕເຮຣານ ກໍ່ນອນໃນບັນຊີລາຍຊື່ນີ້.

ກ່ອນໜ້ານັ້ນ ໃນວັນທີ 18 ເມສາ, ກະຊວງການເງິນ ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດເລັ່ງໃສ່ 16 ສ່ວນບຸກຄົນ ແລະ 2 ອົງການ ທີ່ກ່ຽວຂ້ອງເຖິງໂຄງການວັດຖຸບິນບໍ່ມີຄົນຂັບຂອງ ອີຣານ. ວັນທີ 17 ເມສາ, ການນຳສະຫະພາບ ເອີລົບ (EU) ກໍ່ເຫັນດີເປັນເອກະພາບ ເພີ່ມທະວີບັນດາມາດຕະການລົງໂທດ ອີຣານ.

ຕອບກັບ