ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ

Chia sẻ
(VOVWORLD) - ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງບັນດາການໜູນຊ່ວຍຂອງ ສປຊ, ບັນດາອົງການເຈົ້າໜ້າທີ່ຂອງ ສປຊ ປະຈຳ ຫວຽດນາມ ໃນໄລຍະຜ່ານມາ...
ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ - ảnh 1ທ່ານນາງ Pauline Tamesis ແລະ ທ່ານພົນໂທ ຮ່ວາງຊວນຈ໊ຽນ (ພາບ:Hồng Pha/TTXVN)

ຕອນເຊົ້າວັນທີ 12 ສິງຫາ, ໃນການຕ້ອນຮັບທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຮ່ວາງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ເນັ້ນໜັກວ່າ: ປີ 2022 ມີຄວາມໝາຍສຳຄັນ, ແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ສປຊ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງບັນດາການໜູນຊ່ວຍຂອງ ສປຊ, ບັນດາອົງການເຈົ້າໜ້າທີ່ຂອງ ສປຊ ປະຈຳ ຫວຽດນາມ ໃນໄລຍະຜ່ານມາ, ຫວັງວ່າ, ໄລຍະຈະມາເຖິງ,  ສປຊ ຈະສືບຕໍ່ຮ່ວມເດີນທາງພ້ອມກັບກະຊວງປ້ອງກັນປະເທດ ຫວຽດນາມ ໃນຫຼາຍຂົງເຂດ. ກ່ຽວກັບການເຂົ້າຮ່ວມຂອງ ຫວຽດນາມ ຢູ່ກຳລັງຮັກສາສັນຕິພາບ ສປຊ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ຢັ້ງຢືນວ່າ: ໄລຍະຈະມາເຖິງ, ແຜນນະໂຍບາຍຂອງ ຫວຽດນາມ ແມ່ນເຂົ້າຮ່ວມການເຄື່ອນໄຫວນີ້ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາ, ສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ບັນດາຄຳໝັ້ນສັນຍາ ແລະ ຄຳຕັດສິນໃຈດ້ານການເມືອງຂອງ ຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສ້າງເງື່ອນໄຂສະດວກເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດນີ້.

ຕອບກັບ