ຫວຽດນາມ - ການາດາ ຍາດແຍ່ງຜົນປະໂຫຍດສູງສຸດຈາກສັນຍາ CPTPP

Chia sẻ
(VOVWORLD) -ຕອນຄ່ຳວັນທີ 25 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມທາງອອນລາຍລະຫ່ວາງທ່ານ ເຈິ່ນຕວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ແລະ ທ່ານນາງ Mary Ng ລັດຖະມົນຕີຮັບຜິດຊອບການຄ້າສາກົນ,  ສົ່ງເສີມການສົ່ງອອກ ແລະ ວິສາຫະກິດຂະໜາດນ້ອຍ ການາດາ. 
ຫວຽດນາມ - ການາດາ ຍາດແຍ່ງຜົນປະໂຫຍດສູງສຸດຈາກສັນຍາ CPTPP - ảnh 1ການຜະລິດເຄື່ອງນຸ່ງສົ່ງອອກ (ພາບ: TTXVN) 

ກອງປະຊຸມແນໃສ່ຊຸກຍູ້ກົນໄກການຮ່ວມມືສອງຝ່າຍ, ຍາດແຍ່ງຜົນປະໂຫຍດສູງສຸດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊິຟິກ (CPTPP) ນຳມາໃຫ້, ສ້າງຄວາມສະດວກໃຫ້ການສຳຜັດກັບຕະຫຼາດຂອງປະຊາຄົມວິສາຫະກິດສອງຝ່າຍໃນຂົງເຂດການຄ້າ ແລະ ການ ລົງທຶນ, ໃນສະພາບການບັນດາປະເທດພວມຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19 ແລະ ຮັບທ່າອ່ຽງການຫັນປ່ຽນລະບົບສະໜອງທົ່ວໂລກ

ລັດຖະມົນຕີສອງທ່ານແລກປ່ຽນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ການາດາ, ພ້ອມທັງສະເໜີເພີ່ມທະວີລະບົບສະໜອງ, ການຜະລິດ ແລະ ການ ສົ່ງອອກ, ໃນນັ້ນພິເສດແມ່ນຜ້າອັດປາກ, ອຸປະກອນປ້ອງກັນພະຍາດໃນສະພາບການໂລກລະບາດໂຄວິດ-19.

ລັດຖະມົນຕີສອງທ່ານເຫັນດີເຫັນພ້ອມຈະຊີ້ນຳບັນດາຫົວໜ່ວຍກ່ຽວຂ້ໃຫ້ອງຮັກສາຮູບແບບແລກປ່ຽນທາງອອນລາຍເປັນປະຈຳຢູ່ທຸກຂັ້ນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື, ຊຸກຍູ້ການຄ້າ, ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າລະຫວ່າງສອງປະເທດ.

ຕອບກັບ