ທ່ານ Cho Tae yong
ພາບ: internet
|
(vovworld)- ຫົວຫນ້າຄະນະເຈລະຈາ 6 ຝ່າຍຂອງ ສເກົາຫລີ, ທ່ານ Cho Tae yong ໄດ້ເດີນທາງເຖິງ ມົດສະກູ ເລີ່ມຕົ້ນການຢ້ຽມຢາມລັດເຊຍ ໃນເວລາ 3 ວັນ ເພື່ອປຶກສາຫາລືກ່ຽວກັບການເລີ່ມຕົ້ນວິວັດທະນາການເຈລະຈາ 6 ຝ່າຍ ກ່ຽວກັບບັນຫານິວເຄຼຍ ຂອງ ສປປ ເກົາຫລີ. ຕາມແຜນການ, ໃນໄລຍະຢູ່ຢ້ຽມຢາມ ລັດເຊຍ, ທ່ານ Cho Tae yong ຈະມີການເຈລະຈາກັບຄູ່ຕຳແຫນ່ງປະເທດເຈົ້າພາບ ທ່ານ Igor Morgulov ແລະ ເຈົ້າຫນ້າທີ່ຂັ້ນສູງຈຳນວນຫນຶ່ງຂອງປະເທດນີ້. ນີ້ເປັນຄັ້ງທຳອິດທີ່ທ່ານ Cho Tae yong ເຂົ້າຮ່ວມການເຈລະຈາຂັ້ນຫົວຫນ້າຄະນະເຈລະຈາ 6 ຝ່າຍ ກັບຄູ່ຮ່ວມມື ລັດເຊຍ ນັບແຕ່ເມື່ອສາບານຕົວຮັບຕຳແຫນ່ງເມື່ອເດືອນ 5/2013 . ກ່ອນຫນ້ານັ້ນ, ທ່ານ ໄດ້ ປຶກສາຫາລືກັບຫົວຫນ້າຄະນະເຈລະຈາ 6 ຝ່າຍ ຂອງຈີນ ຢູ່ ປັກກີ່ງ, ຫົວຫນ້າຄະນະເຈລະຈາ ຂອງ ອາເມລິກາ ແລະ ຫົວຫນ້າກົມອາຊີ - ທະວີບໂອເຊອານີ ຂອງຍີ່ປຸ່ນ ຢູ່ ນະຄອນຫລວງວໍຊີງຕັນ.