ສເກົາຫລີ ແລະ ຍີ່ປຸ່ນ ຕັ້ງຄວາມຫວັງຕໍ່ການພົບປະສຸດຍອດອາເມລິກາ-ສປປເກົາຫລີຄັ້ງທີ2

Chia sẻ
(VOVWORLD) -ວັນທີ 19 ມັງກອນ, ສເກົາຫລີ ຊົມເຊີຍແຜນການຈັດຕັ້ງການພົບປະຄັ້ງທີ 2 ລະຫວ່າງ ປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫລີ Kim Jong un ແລະ ສະແດງຄວາມຫວັງວ່າ ນີ້ຈະແມ່ນບາດລ້ຽວໃຫ້ແກ່ສັນຕິພາບຢູ່ແຫລມເກົາຫລີ.  
ສເກົາຫລີ ແລະ ຍີ່ປຸ່ນ ຕັ້ງຄວາມຫວັງຕໍ່ການພົບປະສຸດຍອດອາເມລິກາ-ສປປເກົາຫລີຄັ້ງທີ2 - ảnh 1 ປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫລີ Kim Jong un

ໂຄສົກຂອງປະທານາທິບໍດີ ສເກົາຫລີ Moon Jae in ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າມີຄວາມຫວັງວ່າ ການພົບປະສຸດຍອດ ລະຫວ່າງ ອາເມລິກາ - ສປປ ເກົາຫລີ ໃນເດືອນກຸມພາຈະມາເຖິງ ຈະແມ່ນບາດລ້ຽວໃນການສ້າງກົນໄກສັນຕິພາບຢ່າງຖາວອນຢູ່ແຫລມເກົາຫລີ ແລະ ໃຫ້ຮູ້ວ່າ: ສເກົາຫລີ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບ ອາເມລິກາ ເພື່ອບັນລຸເປົ້າໝາຍ “ປອດນິວເຄຼຍຢ່າງສິ້ນເຊີງ” ແລະ ເຊີນອູນ ຈະເປີດກວ້າງການເຈລະຈາກັບ ພຽງຢາງ ເພື່ອໃຫ້ການພົບປະດັ່ງກ່າວດຳເນີນໄປຢ່າງສຳເລັດຜົນ.

ຕອບກັບ